ສິງກະໂປທາບທາມຄວາມເຫັນຂອງປະຊາຊົນກ່ຽວກັບແຜນສັງລວມປະຊາຄົມອາຊຽນ
(ພາບປະກອບ)
|
(vovworld) - ໃນລະຫວ່າງວັນທີ 6 – 16/7, ປະຊາຊົນປະເທດ ສິງກະໂປ ສາມາດປະກອບຄວາມຄິດຄວາມເຫັນ ແລະ ແບ່ງປັນທັດສະນະກ່ຽວກັບ “ແຜນສັງລວມປະຊາຄົມອາຊຽນ ໄລຍະ 2016 - 2025” ກັບ 3 ອົງການຂອງປະເທດນີ້ຄື: ກະຊວງການຕ່າງປະເທດ, ກະຊວງການຄ້າ ແລະ ອຸດສາຫະກຳ, ກະຊວງພັດທະນາສັງຄົມ ແລະ ຄອບຄົວ. ແຈ້ງການໜັງສືພິມຂອງກະຊວງການຕ່າງປະເທດສິງກະໂປ ຊີ້ແຈ້ງວ່າ: ປະຊາຄົມອາຊຽນ ໄດ້ອີງຕາມ 3 ເສົ້າຄ້ຳຕົ້ນຕໍ່ ຈະໄດ້ຮັບການສ້າງຕັ້ງໃນທ້າຍປີນີ້ ແມ່ນປະຊາຄົມຄວາມໝັ້ນຄົງ - ການເມືອງ, ປະຊາຄົມເສດຖະກິດ, ປະຊາຄົມວັດທະນະທຳ - ສັງຄົມ. ອາຊຽນ ໄດ້ສ້າງຕັ້ງກຸ່ມໜຶ່ງສະເພາະກິດຂັ້ນສູງ ເພື່ອພັດທະນາວິໄສທັດປະຊາຄົມ ອາຊຽນ 2015 ແລະ ແຜນສັງລວມ, ຄາດວ່າ: ຈະໄດ້ຮັບຮອງເອົາທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 27 ເຊິ່ງດຳເນີນໄປຢູ່ ກົວລາລຳເປີ, ປະເທດ ມາເລເຊຍ ໃນເດືອນ 11 ທີ່ຈະມາເຖິງ. ແຈ້ງການໃຫ້ຮູ້ວ່າ: ປະຊາຊົນມີຄວາມສົນໃຈ ສາມາດແບ່ງປັນທັດສະນະຂອງຕົນຜ່ານເວັບໄຊຂອງ 3 ອົງການດັ່ງກ່າວຢ່າງເປັນທາງການ, ດ້ວຍກຳນົດເລລາສຸດທ້າຍແມ່ນ 18 ໂມງວັນມີ 16/7. ປະຈຸບັນ ສິງກະໂປ ພວມເປັນປະທານວາລະປະຊຸມຄັ້ງທີ 7 ຂອງກຸ່ມສະເພາະກິດຂັ້ນສູງເຊິ່ງດຳເນີນແຕ່ລະຫວ່າງວັນທີ 6 – 9/7 ./.