ສິງກະໂປສະເໜີຜູ້ດຳລົງຕຳແໜ່ງເປັນໂຄສົກອາຊຽນ

ສິງກະໂປສະເໜີຜູ້ດຳລົງຕຳແໜ່ງເປັນໂຄສົກອາຊຽນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂ​ປ ຫຼີິ​ຊຽນ​ຫຼົງ
ແລະ ທ່ານ​ນາງ Aung San Suu Kyi
(ພາບ: EPA/TTXVN)

(vovworld) - ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂ​ປ ຫຼີິ​ຊຽນ​ຫຼົງ ໄດ້​ສະ​ເໜີ​ທີ່​ປຶກ​ສາ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ມຽນ​ມາ Aung San Suu Kyi ເປັນ​ໂຄ​ສົກ​ຂອງ​ອາ​ຊຽນ. ໂຄ​ສົກ​ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ໃຫ້​ຮູ້​ວ່າ, ບັນ​ດາ​ຂໍ້​ສະ​ເໜີ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ ຫຼີິ​ຊຽນ​ຫຼົງ ກັບ​ທ່ານ​ນາງ Aung San Suu Kyi ຢູ່ Nay Pyi Taw ໃນ​ວັນ​ທີ 07/06. ຕອບ​ຄືນ​ບັນ​ດາ​ຂໍ້​ສະ​ເໜີ​ດັ່ງ​ກ່າວ, ທ່ານ​ນາງ Aung San Suu Kyi ໃຫ້​ຮູ້​ວ່າ, ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ ແລະ ປະ​ຊາ​ຄົມ​ສາ​ກົນ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີິ​ຊຽນ​ຫຼົງ ພວມ​ມີ​ການ​ຢ້ຽມ​ຢາມ​​ມຽນ​ມາ ໃນ​ເວ​ລາ 3 ວັນ, ແຕ່​ວັນ​ທີ 07/06 ຕາມ​ຄຳ​ເຊີນ​ຂ​ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ U Htin Kyaw. ​ການ​ຢ້ຽມ​ຢາມນີ້​ແມ່ນ​ຂີດ​ໝາຍ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ມຽນ​ມາ - ສິງ​ກະ​ໂປ.

ຂ່າວ/ບົດ​ອື່ນ