ສິງກະໂປ ປາດຖະໜາຢາກຍູ້ແຮງການຮ່ວມມືກັບຫວຽດນາມ ໃນຂົງເຂດການບໍລິການ

ສິງກະໂປ ປາດຖະໜາຢາກຍູ້ແຮງການຮ່ວມມືກັບຫວຽດນາມ ໃນຂົງເຂດການບໍລິການ - ảnh 1
(ພາບປະກອບ)
(vovworld) –  ວັນ​ທີ 16/04, ​ໃນ​ການ​ພົບ​ປະຕ່າງໆ​ກັບ​ການ​ນຳ​ນະຄອນ​ໂຮ່ຈິ​ມິນ, ທ່ານ Lim Hng Kiang, ລັດຖະມົນຕີ​ກະຊວງອຸດສາຫະກຳ​ການ​ຄ້າສິງກະ​ໂປ, ​ໃຫ້​ຮູ້​ວ່າ ຈາກ​ບັນດາ​ຜົນສຳ​ເລັດ​ຂອງ​ໂຄງການ​ຮ່ວມ​ມື​ຕ່າງໆກັບ​ຫວຽດນາມ ກໍ​ຄື​ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ເຂດ​ອຸສາ​ຫະກຳ​ຫວຽດນາມ - ສິງກະ​ໂປ, ສິງກະ​ໂປ ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ບໍລິການ​ກັບ​ຫວຽດນາມ ​ແລະ ນະຄອນ​ໂຮ່ຈິ​ມິນ. ຕາມ​ທ່ານ Lim Hng Kiang ​ແລ້ວ, ​ໃນ​ຂົງ​ເຂດ​ການ​ບໍລິການ​ມີ​ຫຼາຍ​ຂະ​ແໜງທີ່ 2 ຝ່າຍ​ສາມາດ​ຮ່ວມ​ມື​ໄດ້​ຄື: ການ​ເງິນ, ທະນາຄານ, logictis,  ຂາຍຍ່ອຍ, ການ​ສຶກສາ, ສາທາລະນະ​ສຸກ... ​ເພື່ອສາມາດ​ສ້າງວຽກ​ເຮັດງານ​ທຳ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ.
ຂ່າວ/ບົດ​ອື່ນ