(vovworld) - ວັນທີ 20 ສິງຫາ, ຢູ່ນະຄອນເກີນເທີ, ມະຫາວິທະຍາໄລເກີນເທີ ໄດ້ສົມທົບກັບສະຖາບັນການເມືອງ - ການປົກຄອງເຂດ 2 (ສະຖາບັນການເມືອງ - ການປົກຄອງແຫ່ງຊາດໂຮ່ຈິມິນ) ຈັດກອງປະຊຸມສຳມະນາ “ສິ່ງທ້າທາຍ ແລະ ກີດຂວາງໃນການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ຫວຽດນາມໃນປະຈຸບັນ”. ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາໄດ້ສຸມໃສ່ເຂົ້າໃນຫົວຂໍ້ຕ່າງໆຄື: ສິ່ງກີດຂວາງ, ທ້າທາຍ ແລະ ບັນດາມາດຕະການແກ້ໄຂສິ່ງກີດຂວາງ, ທ້າທາຍນີ້ຈາກແງ່ມູມປັບປຸງລະບົບກົດໝາຍ; ບັນຫາປະຊາທິປະໄຕ ແລະ ສິດທິມະນຸດໃນການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ຫວຽດນາມ; ຮັບປະກັນການປະຕິບັດສິດອຳນາດແຫ່ງລັດຕາມຫຼັກການເປັນເອກະພາບ, ແບ່ງງານສົມທົບ ແລະ ກວດກາລະຫວ່າງບັນດາອົງການແຫ່ງລັດ ປະຕິບັດບັນດາສິດອຳນາດ: ນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ; ພັກກອມມູນິດຫວຽດນາມ ນຳພາລັດແຫ່ງອຳນາດນິຕິບັນຍັດຫວຽດນາມ ໃນໄລຍະປະຈຸບັນ. ກອງປະຊຸມສຳມະນາຍັງແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນຄົ້ນຄວ້າຢ່າງເລີກເຊິ່ງກວ່າ ແລະ ສະຫຼຸບຕີລາຄາ, ຖອດຖອນບົດຮຽນກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ຫວຽດນາມ ໃນປະຈຸບັນ, ຊ່ວຍໃຫ້ການຮໍ່າຮຽນ, ຄົ້ນຄວ້າຂອງບັນດານັກວິທະຍາສາດນັບມື້ນັບເລີກເຊິ່ງ ແລະ ບັນລຸປະສິດທິຜົນສູງກວ່າ.