ສິ່ງປະທັບໃຈວັນບຸນວັດທະນະທຳຊົນເຜົ່າຜູ້ໄທ2014
ການສະແດງສິລະປະໃນວັນບຸນ
(vovworld) – ວັນບຸນວັດທະນະທຳຊົນເຜົ່າຜູ້ໄທ ຄັ້ງທີ 1, ປີ 2014 ຖືກອັດລົງຢ່າງເປັນທາງການໃນຕອນຄ່ຳວັນທີ 28/12, ຢູ່ແຂວງ ລາຍເຈົາ, ດ້ວຍລາຍການສະແດງສິລະປະທີ່ປະທັບໃຈ, ເຕັມໄປດ້ວຍສີສັນວັດທະນະທຳຊົນເຜົ່າຜູ້ໄທ. ດ້ວຍຫົວຂໍ້ວ່າ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າຜູ້ໄທ ໃນໄລຍະປ່ຽນໃໝ່ - ເຊື່ອມໂຍງ ແລະ ພັດທະນາປະເທດຊາດ”. ບັນດາການເຄື່ອນໄຫວຕົ້ນຕໍທີ່ງານບຸນລວມມີ: ງານວາງສະແດງວັດທະນະທຳ, ທ່ອງທ່ຽວ, ແນະນຳ, ໂຄສະນາເຜີຍແຜ່ຜະລິດຕະພັນການທ່ອງທ່ຽວຂອງບັນດາທ້ອງຖີ່ນ; ຈັດຕັ້ງບັນດາງານບຸນທີ່ເປັນປະເພນີ, ສະແດງຊຸດອາພອນຊົນເຜົ່າຜູ້ໄທ ແລະ ແຂ່ງຂັນກິລາຊະນິດຕ່າງໆ. ທ່ານ ເວືອງວັນແທ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ລາຍເຈົາ, ຫົວໜ້າຄະນະຈັດຕັ້ງວັນບຸນວັດທະນະທຳຊົນເຜົ່າຜູ້ໄທ ຄັ້ງທີ 1, ໃຫ້ຮູ້ວ່າ:
“ວັນບຸນວັດທະນະທຳຊົນເຜົ່າຜູ້ໄທຢູ່ແຂວງ ລາຍເຈົາ ບັນລຸໄດ້ຈຸດໝາຍເຊີດຊູບັນດາວັດທະນະທຳຂອງວົງຄະນະຍາດຊົນເຜົ່າຜູ້ໄທ. ພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນ ແລະ ຫວັງວ່າໃນໄລຍະຈະມາເຖິງພັກ, ລັດ, ບັນດາກະຊວງ, ຂະແໜງການສູນກາງຈະສືບຕໍ່ເອົາໃຈໃສ່ເຖິງວົງຄະນະຍາດບັນດາເຜົ່າສ່ວນໜ້ອຍ, ໃນນັ້ນມີຊົນເຜົ່າຜູ້ໄທ.”