ສົ່ງເສີມການຮ່ວມມືທາງດ້ານກະສິກຳລະຫວ່າງ ຫວຽດນາມ - ສ.ເກົາຫຼີ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ກໍສະເໜີໃຫ້ຝ່າຍສ.ເກົາຫຼີ ສືບຕໍ່ໜູນຊ່ວຍຫວຽດນາມໃນຂົງເຂດການບຳລຸງສ້າງພະນັກງານ, ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາສະຫະກອນກະສິກຳ ຫວຽດນາມ
ສົ່ງເສີມການຮ່ວມມືທາງດ້ານກະສິກຳລະຫວ່າງ ຫວຽດນາມ - ສ.ເກົາຫຼີ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ໃນການຕ້ອນຮັບ Kim Byeong,  ປະທານສະຫະພັນແຫ່ງຊາດ ສະຫະກອນກະສິກຳສາທາລະນະລັດເກົາຫຼີ

ວັນທີ 22 ມີນາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Kim Byeong,  ປະທານສະຫະພັນແຫ່ງຊາດ ສະຫະກອນກະສິກຳສາທາລະນະລັດເກົາຫຼີ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຸຖະມົນຕີ ຈິ້ງດິງຢຸງ ຢັ້ງຢືນວ່າ ລັດຖະບານຫວຽດນາມໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາປະເພດຜະລິດຕະພັນກະເສດຂອງສ.ເກົາຫຼີ ເຂົ້າຕະຫຼາດຫວຽດນາມເໝາະສົມກັບບັນດາຂໍ້ກຳນົດຂອງກົດໝາຍ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ກໍສະເໜີໃຫ້ຝ່າຍສ.ເກົາຫຼີ ສືບຕໍ່ໜູນຊ່ວຍຫວຽດນາມໃນຂົງເຂດການບຳລຸງສ້າງພະນັກງານ, ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາສະຫະກອນກະສິກຳ ຫວຽດນາມ, ສ້າງຮູບແບບສະຫະກອນແບບໃໝ່. ພ້ອມກັນນ້ນ, ກໍ່ສະໜອງບັນດາທັກສະໃນການຄຸ້ມຄອງ, ບໍລິຫານງານ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດການເງິນກະສິກຳຄື: ບົດຮຽນໃນການເຄື່ອນໄຫວການເງິນສະຫະກອນ, ຮັບປະກັນຄວາມເສຍຫາຍຈາກກະສິກຳ, ສິນເຊື່ອໃຫ້ແກ່ບັນດາສະຫະກອນກະສິກໍາ

        ສ່ວນປະທານສະຫະພັນແຫ່ງຊາດ ສະຫະກອນກະສິກຳ ສ.ເກົາຫຼີ Kim Byeong ໃຫ້ຮູ້ວ່າ ສ.ເກົາຫຼີຍາມໃດກໍພ້ອມແລ້ວທີ່ຈະໜູນຊ່ວຍແຫຼ່ງກຳລັງ, ບົດຮຽນໃຫ້ຫວຽດນາມໃນການຈັດຕັ້ງການຜະລິດເປັນລະບົບ, ຍົກສູງມູນຄ່າໃຫ້ແກ່ສິນຄ້າຜະລິດຕະພັນກະເສດ; ແນະນຳເຕັກໂນໂລຢີ, ເຄື່ອງກົນຈັກ, ອຸປະກອນ ຈາກກາຄ້າເຄື່ອງປາຂອງດົງ; ແນະນຳເຕັກໂນໂລຢີ, ກົນຈັກ, ອຸປະກອນ ໃນຂະແໜງກະສິກຳຈາກຂັ້ນຕອນການຜະລິດ, ຕະຫຼອດຮອດຂັ້ນຕອນການຈຳໜ່າຍ, ການເກັບຮັກສາ ແລະ ຂົນສົ່ງຜະລິດຕະພັນ.

ຕອບກັບ

ຂ່າວ/ບົດ​ອື່ນ