ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້​າ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ສະ​ເພາ​ະ

(VOVWORLD) -ຕອນບ່າຍວັນທີ 5 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານ ເວຶອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີໄດ້ໃຫ້ການຕ້ອນຮັບຄະນະສະຫະພັນວິສາຫະກິດຂະໜາດກາງ ແລະ ນ້ອຍ ສ.ເກົາຫຼີ (KBIZ) ໂດຍທ່ານ Kim Ki Mun, ປະທານສະຫະພັນນຳໜ້າມາເຮັດວຽກຢູ່ ຫວຽດນາມ.
ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້​າ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ສະ​ເພາ​ະ - ảnh 1 ທ່ານ ເວຶອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີໄດ້ໃຫ້ການຕ້ອນຮັບ ທ່ານ Kim Ki Mun, ປະທານສະຫະພັນວິສາຫະກິດຂະໜາດກາງ ແລະ ນ້ອຍ ສ.ເກົາຫຼີ (ພາບ: TTXVN)

 ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ Kim Ki Mun ໃຫ້ຮູ້ວ່າບົນພື້ນຖານນະໂຍບາຍມຸ່ງໄປສູ່ທາງທິດໃຕ້ຂອງ ລັດຖະບານ ສ.ເກົາຫຼີ ເຊິ່ງພວມດຳເນີນການກໍ່ສ້າງບັນດາເຂດອຸດສາຫະກຳ ສ.ເກົາຫຼີ ຢູ່ບັນດາປະເທດອື່ນໆ. ນອກຈາກມຽນມາແລ້ວ, ຫວຽດນາມ ກໍ່ແມ່ນສະຖານທີ່ເຊິ່ງບັນດາວິສາຫະກິດ ສ.ເກົາຫຼີ ມີຄວາມປາດຖະໜາຢາກມາລົງທຶນ, ກໍ່ສ້າງບັນດາເຂດອຸດສາຫະກຳດັ່ງກ່າວ.

        ໂດຍຢັ້ງຢືນວ່າ ຫວຽດນາມ ສົ່ງເສີມບັນດາວິສາຫະກິດມາລົງທຶນເຂົ້າບັນດາເຂດອຸດສາຫະກຳສະເພາະໃຫ້ແກ່ວິສາຫະກິດ ສ.ເກົາຫຼີ ແລະ ທັງວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ, ພິຈາລະນາການລົງທຶນ ຂັ້ນສອງ ຢູ່ບັນດາເຂດອຸດສາຫະກຳ ຂອງ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ KBIZ ເຮັດວຽກກັບກະຊວງແຜນການ ແລະ ການລົງທຶນ, ບັນດາທ້ອງຖິ່ນຊຶ່ງ KBIZ ມີຄວາມສົນໃຈເລືອກສະຖານທີ່, ວິທີການຜັນຂະຫຍາຍ, ຖ້າມີບັນຫາເໜືອກ່ວາສິດອຳນາດຈະລາຍງານຕໍ່ນາຍົກລັດຖະມົນຕີ ຫວຽດນາມເພື່ອຕັດສິນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກໍ່ສະເໜີໃຫ້ KBIZ ສົມທົບກັບຝ່າຍ ຫວຽດນາມ ເພື່ອໜູນຊ່ວຍຍົກສູງທັກສະ ແລະ ສີມື ໃຫ້ແກ່ຜູ້ອອກແຮງງານ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ