ສິດທິມະນຸດຢູ່ຫວຽດນາມ ບໍ່ອາດອີງໃສ່ຂໍ້ມູນຂ່າວທີ່ຜິດເຂວ

ສິດທິມະນຸດຢູ່ຫວຽດນາມ ບໍ່ອາດອີງໃສ່ຂໍ້ມູນຂ່າວທີ່ຜິດເຂວ - ảnh 1
ທ່ານ​ຫງວຽນ​ແທງ​ເຊີນ, ຫົວໜ້າ​ຫ້ອງ​ການ

​ປະຈຳ​ສິດທິ​ມະນຸດ​ຂອງ​ຫວຽດນາມ

(ພາບ: wap.tinngan.vn)

(vovworld)- ​​ຄື​ດັ່ງ​ທີ່​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ວັນ​ທີ 19/4 ຜ່ານ​ມາ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ປະກາດ​ບົດ​ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ໃນ​ໂລກ, ​ໃນ​ນັ້ນມີ​ຫວຽດນາມ. ກ່ອນ​ໜ້ານັ້ນ, ລັດຖະສະພາ​ເອີ​ລົບ ​ກໍ່​ໄດ້ປຶກສາ​ຫາລື ​ແລະ ອອກ​ມະຕິ​ກ່ຽວ​ກັບສະພາບ​ສິດທິ​ມະນຸດ​ຢູ່​ຫວຽດນາມ. ຕາມ​ນັ້ນ​ແລ້ວ, ​ເຂົາ​ເຈົ້າ​ໄດ້​ຍົກ​ອອກ​ບັນດາ​ຄຳ​ກ່າວ​ຫາ​​ຫວຽດນາມ ກ່ຽວ​ກັບ​ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ, ສິດ​ເສລີພາບ​ດ້ານ​ສື່​ມວນ​ຊົນ, ອິນ​ເຕີ​ເນັດ…​ຕອບ​ສຳພາດ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ຫງວຽນ​ແທງ​ເຊີນ, ຫົວໜ້າ​ຫ້ອງ​ການ​ປະຈຳ​ສິດທິ​ມະນຸດ​ຂອງ​ຫວຽດນາມ ຖື​ວ່າ: ນີ້​ແມ່ນ​ບັນດາ​ຄຳ​ກ່າວ​ຫາ​ທີ່ຂາດ​ພາວະ​ວິ​ໄສ, ອີງ​ບົນ​ບັນດາ​ຂ່າວ​ທີ່​ຜິດ​ເຂ​ວກ່ຽວ​ກັບສະພາບ​ສິດທິ​ມະນຸດ​ຢູ່​ຫວຽດນາມ:

   “ມີ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າຍົກ​ອອກ​ມາ​ຂາດ​ພາວະ​ວິ​ໄສ, ​ແຊກ​ແຊງ​ເຂົ້າວຽກ​ງານ​ພາຍ​ໃນ​ຂອງ​ຫວຽດນາມ, ​ໄປ​ຝືນ​ກັບ​ທ່າ​ອ່ຽງ​ແຫ່ງການ​ພົວພັນລະຫວ່າ​ງຫວຽດນາມ ​ກັບ​ອີ​ຢູ ​ແລະ ອາ​ເມ​ລິ​ກາ. ບັນດາ​ບົດລາຍ​ງານ​ຂອງ​ເຂົາ​ເຈົ້າອີງ​ບົນ​ບັນດາ​ຂໍ້​ມູນ​ຂ່າວ​ທີ່​ຜິດ​ເຂ​ວ, ບໍ່​ອີງ​ຕາມ​ສະພາບ​ການ​ຕົວ​ຈິງ​ຢູ່​ຫວຽດນາມ. ​ເຂົ​າ​ເຈົ້າອີງ​ຕາມ​ບັນດາ​ຂໍ້​ມູນ​ຂ່າວ​ບໍ່​ເປັນ​ທາງ​ການ, ຈາກ​ບັນດາ​ສ່ວນ​ບຸກຄົນ​ມີ​ແນວ​ຄິດ​ຕ້ານ​ທຳລາຍລັດ​ຫວຽດນາມ, ​ເສກ​ສັນ​ປັ້ນ​ແຕ່ງ​ສະພາບ​ສິດທິ​ມະນຸດ​ຢູ່​ຫວຽດນາມ ​ເປັນ​ປະຈຳ. ພວກ​ຂ້າພະ​ເຈົ້າ​ເດັດດ່ຽວ​ຄັດຄ້ານ​ບັນດາ​ເນື້ອ​ໃນ​ທີ່​ຜິດ​ເຂ​ວ, ​ເສກ​ສັນ​ປັ້ນ​ແຕ່ງ​ການ​ຮັບ​ກະ​ກັນ​ສິດທິ​ມະນຸດ​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ

   ທ່ານ​ຫງວຽນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ຢູ່​ຫວຽດນາມ ມີ​ໜັງສືພິມ​ກ່ວາ 700 ສະບັບ, ກ່ວາ 1000 ສື່​ເອ​ເລັກ​ໂຕ​ນິກ ​ແລະ ປະຊາຊົນ​ປະມານ 31 ລ້ານ​ຄົນ​ນຳ​ໃຊ້​ອິນ​ເຕີ​ເນັດ ຊື່​ງສະ​ແດງ​ໃຫ້​ເຫັນ​ວ່າ: ຢູ່​ຫວຽດນາມ ບໍ່​ມີ​ເລື່ອງ​ກີດຂວາງສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ ຫລື​ອິນ​ເຕີ​ເນັດ.

ຂ່າວ/ບົດ​ອື່ນ