ສັນຍານຊຸດໂຊມຂອງພື້ນຖານເສດຖະກິດອາເມລິກາ

(VOVWORLD) -ບັນດານັກຊ່ຽວຊານເສດຖະກິດໄດ້ຫຼຸດລະດັບຄາດຄະເນການເຕີບໂຕຂອງພື້ນຖານເສດຖະກິດອາເມລິກາ ໃນໄຕມາດທີ 3 ປີ 2019

ພາຍຫຼັງຄ່າໃຊ້ຈ່າຍໃນຄອບຄົວເພີ່ມຂຶ້ນພຽງແຕ່ 0,1% ໃນເດືອນ ສິງຫາ. ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ຜູ້ບໍລິໂພກໄດ້ຮັດແໜ້ນການໃຊ້ຈ່າຍ ພ້ອມກັບການຫຼຸດຜ່ອນການລົງທຶນຂອງບັນດາວິສາຫະກິດໃນເດືອນສິງຫາ ແມ່ນສັນຍານສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດທົ່ວໂລກພວມແປປ່ວນ ແລະ ເລື່ອງຂຶ້ນພາສີໄດ້ເຮັດໃຫ້ທ່າພັດທະນາຂອງພື້ນຖານເສດຖະກິດອາເມລິກາ ຫຼຸດລົງ. ດັດຊະນີການຊົມໃຊ້ເຕີບໂຕຊ້າ ໄດ້ເປັນການພິສູດໃຫ້ເຫັນວ່າ ຜູ້ບໍລິໂພກ ອາດຈະກໍ່ຖືກຜົນກະທົບຍ້ອນສົງຄາມພາສີ ເຊິ່ງເຄີຍເຮັດໃຫ້ວິສາຫະກິດຫຼາຍແຫ່ງ ແລະ ບັນດານັກຜະລິດອາເມລິກາ ປະສົບກັບຄວາມຫຍຸ້ງຍາກໃນຫຼາຍເດືອນຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ