ສັນຍາປາຣີ 1973: ຂີດໝາຍອັນຍິ່ງໃຫຍ່ຫຼວງຂອງປະຫວັດສາດ

(VOVWORLD) -ວັນທີ 27 ມັງກອນ, ແມ່ນວັນຄົບຮອບ 46 ປີແຫ່ງວັນເຊັນສົນທິສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງຕັ້ງສັນຕິພາບຢູ່ຫວຽດນາມ ຄືນໃໝ່.

ສັນຍາປາຣີ 1973: ຂີດໝາຍອັນຍິ່ງໃຫຍ່ຫຼວງຂອງປະຫວັດສາດ - ảnh 1 ສັນຍາປາຣີ 1973: ຂີດໝາຍອັນຍິ່ງໃຫຍ່ຫຼວງຂອງປະຫວັດສາດ

(ພາບເອະກະສານ)

ໄຊຊະນະຂອງຫວຽດນາມ ຢູ່ກອງປະຊຸມປາຣີ ແມ່ນຜົນງານໂດຍກົງຂອງການສົມທົບຂອງ 3 ແນວຮົບການຕໍ່ສູ້ດ້ານການທະຫານ, ການເມືອງ, ການທູດ, ໃນນັ້ນການທູດໄດ້ສວມບົດບາດສຳຄັນ, ຕັ້ງໜ້າ ແລະ ເປັນເຈົ້າການ. ທ່ານອະດີດຮອງນາຍົກລັດຖະມົນຕີ ຫງວຽນແມ້ງເກີ່ມ, ຕີລາຄາວ່າ.

        “ການເຈລະຈາປາຣີ ແມ່ນຜົນສຳເລັດອັນໃຫຍ່ຫຼວງຂອງຫວຽດນາມ ໃນຫຼາຍດ້ານ. ຖືກດຳເນີນໄປໃນສະພາບທີ່ໂລກມີການປ່ຽນແປງ, ໃນນັ້ນທັງມີຄວາມສະດວກ ແລະ ຄວາມຫຍຸ້ງຍາກ. ຜ່ານການລົງນາມໃນສັນຍາ ໄດ້ຊີ້ໃຫ້ເຫັນການຊີ້ນຳນຳພາຂອງກົມການເມືອງ ແມ່ນໃກ້ຊິດຕິດແທດເພື່ອພາໄປເຖິງໄຊຊະນະ”.

        ສັນຍາປາຣີ ປີ 1973 ກ່ຽວກັບການຢຸດຕິສົງຄາມ, ສ້າງຕັ້ງສັນຕິພາບຢູ່ຫວຽດນາມ ຄືນໃໝ່ ຍັງແມ່ນຂີດໝາຍສຳຄັນໃນປະຫວັດສາດຂອງການພົວພັນກັບສາກົນ ເມື່ອໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປົດປ່ອຍຊາດຂອງປະຊາຊົນລາວ ແລະ ກຳປູເຈຍ.

        ເຖິງວ່າ 46 ປີໄດ້ຜ່ານໄປແລ້ວກໍ່ຕາມ,ແຕ່ບົດຮຽນໃນການເຈລະຈາສັນຍາປາຣີ 1973 ຍັງແມ່ນບົດຮຽນອັນລ້ຳຄ່າໃນວິວັດການເຊື່ອມໂຍງຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ