ສູນເຂດຮ້ອນ ຫວຽດນາມ ລັດເຊຍ

ສູນເຂດຮ້ອນ ຫວຽດນາມ ລັດເຊຍ - ảnh 1
ສູນເຂດຮ້ອນ ຫວຽດນາມ ລັດເຊຍ
ພາບປະກອບ: internet


(vov) - ຕອນ​ບ່າຍ​ວັນ​ທີ 14/3 ຢູ່ ນະຄອນຫລວງ ມົດ​ສະ​ກູ ສະຫະພັນ​ລັດ​ເຊຍ, ສະພາ​ວິ​ທະຍາ​ສາດ ສູນ​ເຂດ​ຮ້ອນ ຫວຽດນາມ ລັດ​ເຊຍ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ເນື່ອງ​ໃນ​ໂອກາດລະນຶກ 25 ປີ ​ແຫ່ງ​ວັນ​ລົງ​ນາມ​ໃນ​ສັນຍາ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ​ໂຊ​ວຽດ​ເກົ່າ ປະ​ຈຸ​ບັນ​ແມ່ນ​ສະຫະພັນ​ລັດ​ເຊຍ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສູນ​ເຂດ​ຮ້ອນ​ຫວຽດນາມ ລັດ​ເຊຍ ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ​ເຈີ​ນຫວຽດ​ແທນ, ຮອງ​ລັດຖະມົນຕີ​ກະຊວງ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຊີ້​ແຈງ​ວ່າ:​ ລັດຖະບານ​ຫວຽດນາມ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງການ​ເຄື່ອນ​ໄຫວ​ຂອງສູນ​ດັ່ງກ່າວ​ໃນ​ໄລຍະ​ຜ່ານ​ມາ, ຖື​ວ່າ​ນີ້​ແມ່ນ​ສັນ​ຍາ​ລັກ​ທີ່​ພົ້ນ​ເດັ່ນ​ຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ບັນດາ​ນັກວິທະຍາສາດ​ສອງ​ປະ​ເທດ. ທ່ານ ຈີ້​ງກວັກ​ແຄນ, ພົນ​ຈັດຕະວາ, ສະມາ​ຊິກ​ສະພາ​ມະຫາບັນ​ດີດ, ຜູ້ອຳນວຍ​ການ​ໃຫຍ່​ສູນ​ເຂດ​ຮ້ອນ ຫວຽດນາມ ລັດ​ເຊຍ ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ຈະມ​າ​ເຖິງ, ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ, ຄວນ​ມີ​ການ​ລົງທຶນ​ຫລາຍ​ກວ່າ, ສ້າງ​ກຳລັງ​​ແຮງ​ດ້ານ​ວິທະຍາສາດ, ການ​ບຳລຸງ​ສ້າງ​ພະນັກງານ. ບົນ​ພື້ນຖານ​ທີ່​ບັນລຸ​ໄດ້ ຄວນ​ເປີດ​ກວ້າງ​ຂົງ​ເຂດ​ຄົ້ນ​ຄ້ວາຜ່ານ​ບົດຮຽນ​ທີ່​ບັນລຸ​ໄດ້​ເພື່ອ​ຂຸດ​ຄົ້ນ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ.”

        ນັກ​ຂ່າວ​ vov ປະຈຳ​ລັດ​ເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ