( vovworld ) –ວັນທີ 22/2, ຄະນະປະຕິບັດງານຂອງຄະນະໂຄສະນາສຶກສາສູນກາງ ໂດຍທ່ານ ດິງເທຮິງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບເຫຼົ່າທັບເຮືອຫວຽດນາມ ຢູ່ນະຄອນຫາຍຟອງ. ນະທີ່ນີ້, ກຳມະການການເມືອງ, ພົນເຮືອໂທເຫຼົ່າທັບເຮືອ ຫວຽດນາມ ເຈີນແທງຮ່ວຽນ ຢືນຢັນວ່າ ດ້ວຍຈິດໃຈສືບຕໍ່ກໍ່ສ້າງເຫຼົ່າທັບເຮືອ ຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງໃນປີ 2012 ແລະ ໃນຊຸມປີຕໍ່ໄປ, ອົງຄະນະພັກ, ກອງບັນຊາການເຫຼົ່າທັບເຮືອກຳນົດ 5 ເນື້ອໃນປະຕິບັດ, ໃນນັ້ນຊາບຊືມປະສິດທິຜົນການຊີ້ນຳ, ແນະນຳຂອງສູນກາງ ແລະ ຄະນະໂຄສະນາສຶກສາສູນກາງ ກ່ຽວກັບການ “ນຳເລື່ອງສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ກາຍເປັນວຽກງານປະຈຳປີຂອງບັນດາອົງການພັກ, ທ້ອງຖິ່ນ, ຮາກຖານ, ຫົວໜ່ວຍ ແລະ ຂອງພະນັກງານ ສະມາຊິກພັກແຕ່ລະຄົນ“, ຍູ້ແຮງວຽກງານສຶກສາ, ໂຄສະນາດ້ວຍຫຼາຍຮູບການທີ່ມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ມີປະສິດທິຜົນ ຕິດພັນກັບການຊາບຊືມ ແລະ ປະຕິບັດມະຕິຂອງສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບການກໍ່ສ້າງພັກ. ທີ່ການເຮັດວຽກ, ທ່ານ ດິງເທຮິງ ປາດຖະໜາວ່າ ເຫຼົ່າທັບເຮືອຈະສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ, ພັດທະນາຢ່າງຮອບດ້ານ, ຊຳນານຮົບ, ທັນສະໄໝ ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.