(ພາບປະກອບ)
(vovworld) – ໂດຍສືບຕໍ່ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ, ໂດຍຄະນະປະຈຳສະພາແຫ່ງຊາດ ຈັດຕັ້ງຂຶ້ນເພື່ອປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ຕອນເຊົ້າວັນທີ 14/3, ບັນດາສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ປຶກສາຫາລືບັນຫາສຳຄັນຈຳນວນໜຶ່ງ ກ່ຽວກັບການຈັດຕັ້ງກົງຈັກລັດ, ລະບອບກຳມະສິດທີ່ດິນ, ກົນໄກຖອນທີ່ດິນຄືນ. ຕີລາຄາສູງຈຸດໃໝ່ພື້ນຖານໃນການປັບປຸງລັດຖະທຳມະນູນຄັ້ງນີ້ແມ່ນລັດຖະທຳມະນູນໄດ້ກຳນົດຫຼັກການ “ສິດນຳໃຊ້ທີ່ດິນແມ່ນສິດຊັບສິນໄດ້ຮັບການປົກປ້ອງດ້ວຍກົດໝາຍ”, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ຫຼັກການນີ້ສະແດງໃຫ້ຫັນຄວາມເຄົາລົບນັບຖື, ປົກປ້ອງຂອງລັດທີ່ມີຕໍ່ສິດພື້ນຖານຂອງພົນລະເມືອງ ແລະ ສ້າງພື້ນຖານດ້ານນິຕິກຳຢ່າງໝັ້ນຄົງເພື່ອປ້ອງກັນ, ຕ້ານ ແລະ ແກ້ໄຂບັນດາບັນຫາຜິດພາດກ່ຽວກັບທີ່ດິນ. ຄຽງຄູ່ກັນນັ້ນ, ບັນດາສະມາຊິກສະພາແຫ່ງຊາດກໍ່ໄດ້ສຸມໃສ່ປະກອບຄຳເຫັນກ່ຽວກັບການຈັດຕັ້ງກົງຈັກອຳນາດການປົກຄອງທ້ອງຖິ່ນ.
ໃນຂະນະນັ້ນ, ບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຊາດ, ທີ່ດິນ, ການພັກ, ຢູ່ອາໄສ ແລະ ເສີມຂະຫຍາຍແຫຼ່ງກຳລັງຊຶ່ງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນການສ້າງສາປະເທດຊາດແມ່ນເນື້ອໃນຕົ້ນຕໍ່ຊິ່ງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາອະດິດນັກຮຽນ, ນັກສຶກສາຫວຽດນາມ ຮຳ່ຮຽນຢູ່ຕ່າງປະເທດ ປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ທີ່ກອງປະຊຸມຖືກຈັດຂຶ້ນໃນຕອນເຊົ້າວັນທີ 14/3 ຢູ່ນະຄອນ ໂຮ່ຈີມິນ. ກ່ຽວກັບບັນຫາສັນຊາດ, ທ່ານນາງ ເຈີ່ນທິງອກລານ, ອະດິດນັກສຶກສາ ຫວຽດນາມ ຮຳ່ຮຽນຢູ່ ຍີ່ປຸ່ນ ເວົ້າວ່າ:
“ຕາມຂ້າພະເຈົ້າແລ້ວ, ໄດ້ຮັບອະນຸຍາດເລືອກເອົາສັນຊາດ ຫວຽດນາມ ແລະ ຖື 2 ສັນຊາດພ້ອມກັນຄື ສັນຊາດຕ່າງປະເທດ ແລະ ສັນຊາດ ຫວຽດນາມແມ່ນສິ່ງທີ່ດີຫຼາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ຕ້ອງນິຍາມຢ່າງຈະແຈ້ງວ່າ: ພົນລະເມືອງ ຫວຽດນາມ ຕ້ອງມີພັນທະ ແລະ ສິ່ງນັ້ນຕ້ອງຖືກລະບຸໄວ້ໃນລັດຖະທຳມະນູນທີ່ມີຕໍ່ບັນດາບຸກຄົນຖືສັນຊາດ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ. ຕົວຢ່າງຄື: ພັນທະປົກປັກຮັກສາປະເທດຊາດ, ເມື່ອປະເທດຊາດປະສົບກັບຄວາມຫຍຸ້ງຍາກ, ແມ່ນຈະເປັນແນວໃດ, ບໍ່ແມ່ນວ່າມີແຕ່ຮຽກຮ້ອງທວງເອົາສິດຜົນປະໂຫຍດເທົ່ານັ້ນ ຫາກຍັງຕ້ອງມີຄວາມຮັບຜິດຊອບອີກດ້ວຍ”.
ແລະກໍ່ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຈັດຕັ້ງ, ມີຄຳເຫັນຫຼາຍຂໍ້ຖືວ່າ ລັດຖະທຳມະນູນຕ້ອງສະແດງຢ່າງລະອຽດກ່ວາກ່ຽວກັບສິດຂອງບັນດາຜູ້ບໍ່ມີເງື່ອນໄຂພຽງພໍກັບບຸກຄົນທຳມະດາ.