ທ່ານເລຮົ່ງແອງ ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: T.Sơn)
|
(vovworld) – ວັນທີ 30/12, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງຈັດຕັ້ງກອງປະຊຸມທົ່ວປະເທດສະຫລຸບວຽກງານໂຄສະນາສຶກສາປີ 2014, ຜັນຂະຫຍາຍໜ້າທີ່ປີ 2015. ທ່ານເລຮົ່ງແອງ, ຜູ້ປະຈຳການຄະນະເລຂາ ແລະ ທ່ານ ດິງເທ໋ຮີງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງເຂົ້າຮ່ວມ, ຊີ້ນຳກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລຮົ່ງແອງ ເນັ້ນໜັກວ່າ: ອີງຕາມຄຳຮຽກຮ້ອງ, ໜ້າທີ່ການເມືອງໃນປີ 2015, ຂະແໜງໂຄສະນາສຶກສາຕ້ອງສຸມໃສ່ໂຄສະນາເຜີຍແຜ່ວິວັດການກະກຽມ, ຈັດຕັ້ງກອງປະຊຸມໃຫຍ່ຄະນະພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ຂະແໜງຊາບຊຶມຢ່າງເລິກເຊິ່ງ, ສ້າງຄວາມເຫັນດີເຫັນພ້ອມກ່ຽວກັບເຈດຈຳນົງ ແລະ ການກະທຳໃນພັກ ແລະ ທົ່ວສັງຄົມ, ເປັນເສນາທິການ, ຈັດຕັ້ງການດຳເນີນຊີວິດການເມືອງ, ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ທ່ານເລຮົ່ງແອງ ຮຽກຮ້ອງສືບຕໍ່ປ່ຽນໃໝ່ຢ່າງແຮງກ່ວາອີກໃນວຽກງານໂຄສະນາສຶກສາ, ພິເສດແມ່ນວຽກງານໂຄສະນາສຶກສາຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ປະຕິບັດຈຸດໝາຍຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຟື້ນຟູລະດັບເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ ແລະ ປະຕິບັດ 3 ຂອດບຸກທະລຸຍຸດທະສາດ, ຮັບປະກັນຊີວິດສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.