ສັບປະດາວັດທະນະທຳທ່ອງທ່ຽວດ້ຽນບຽນສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວ
ລາຍການສະແດງສິລະປະໃນພິທີອັດສັບປະດາວັດທະນະທຳທ່ອງທ່ຽວດ້ຽນບຽນ ປີ 2014 (ພາບ: baodienbien)
|
(vovworld)- ຕອນຄ່ຳ ວັນທີ 15/3, ສັບປະດາວັດທະນະທຳທ່ອງທ່ຽວດ້ຽນບຽນ ປີ 2014 ໄດ້ອັດລົງດ້ວຍຂະບວນແຫ່ຢູ່ຕາມທ້ອງຖະໜົນທີ່ມີຫົວຂໍ້ : “ ຜ່ານເຂດ ໄຕບັກ (ເຂດທາງທິດຕາເວັນຕົກສ່ຽງເໜືອຫວຽດນາມ) ທ່ຽວຊົມງານບຸນດອກບານ ຢູ່ສະໜາມຫຼວງ ສູນກອງປະຊຸມ-ວັດທະນະທຳແຂວງ ແລະ ບົນຖະໜົນບາງສາຍທີ່ນະຄອນ ດ້ຽນບຽນຝູ. ທ່ານ ມົ່ວອາເຊີນ ປະທານຄະນະກຳມະການ ປະຊາຊົນແຂວງ ດ້ຽນບຽນໃຫ້ຮູ້ວ່າ : (ເທບ)
“ ສັບປະດາວັດທະນະທຳທ່ອງທ່ຽວດ້ຽນບຽນປະສົບຜົນສຳເລັດ ໄດ້ປະກອບສ່ວນໂຄສະນາການທ່ອງທ່ຽວ ແລະ ບັນດາຜະລິດຕະພັນ ການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງດ້ຽນບຽນເວົ້າສະເພາະ ແລະ ເຂດທາງທິດຕາເວັນຕົກສ່ຽງເໜືອຫວຽດນາມເວົ້າລວມ. ການທ່ອງທ່ຽວຢູ່ແຂວງດ້ຽນບຽນທີ່ເຂດທາງທິດຕາເວັນຕົກສ່ຽງເໜືອຫວຽດນາມພວມຂະຫຍາຍຕົວ. ງານບຸນດອກບານນັບແຕ່ນີ້ເປັນຕົ້ນໄປ ຈະແມ່ນຜະລິດຕະພັນ ການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງດ້ຽນບຽນເວົ້າສະເພາະ ແລະ ຂອງທັງເຂດທາງທິດຕາເວັນຕົກສ່ຽງເໜືອຫວຽດນາມເວົ້າລວມໃນສາຍຮ່ວມສຳພັນໃນເຂດ ”