ສັບປະດາວັດທະນະທຳຫວຽດນາມ - ສ.ເກົາຫຼີ ໄດ້ອັດລົງ

ສັບປະດາວັດທະນະທຳຫວຽດນາມ - ສ.ເກົາຫຼີ ໄດ້ອັດລົງ - ảnh 1
ສັບ​ປະດາ​ວັດທະນະທຳ​ຫວຽດນາມ - ສ.​ເກົາຫຼີ ​ໄດ້​ອັດ​ລົງ
(ພາບ: vhttdlkv3.gov.vn)

(vovworld) -     ສັບ​ປະດາ​ວັດທະນະທຳ​ຫວຽດນາມ - ສ.​ເກົາຫຼີ ​ໄດ້​ອັດ​ລົງ​ໃນ​ຕອນ​ຄໍ່າ​ວັນ​ທີ 23/9, ຢູ່​ນະຄອນ Vung Tau. ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ສ.​ເກົາຫຼີ: 20 ປີ​ແຫ່ງ​ຄວາມມິດຕະພາບ ​ແລະ ພັດທະນາ”, ສັບ​ປະດາ​ວັດທະນະທຳ​ຫວຽດນາມ - ສ.​ເກົາຫຼີ ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ Ba Ria – Vung Tau ​ໃນ​ຕະຫຼອດ 1 ອາທິດ​ທີ່​ຜ່ານ​ມາ ​ແມ່ນ​​​ເຫດການ​ທີ່​ມີ​ຄວາມ​ໝາຍ​ໃນ​ສະພາບ​ທີ່​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງ​ເຂດ. ນີ້​ແມ່ນ​ເຫດການ​ວັດ​ນະ​ທະ​ທຳ​ພິ​ເສດ​ເພື່ອ​ແນ​ໃສ່​ຕອບ​ສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ, ​ເພື່ອ​ແນ​ໃສ່​ປະ​ກອບສ່ວນ​ຊຸກຍູ້​ຄວາມ​ໃກ້ຊິດ​ສະໜິດສະໜົມ​ລະຫວ່າງ​ສອງ​ປະ​ເທ​ດ ​ແລະ ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂວງ Ba Ria – Vung Tau ນັບ​ມື້​ນັບ​​ຮັດ​ແໜ້ນ​ຄວາມສາມັກຄີມິດຕະພາບກັບ​ບັນດາ​ອົງການ ​ແລະ ທ້ອງຖິ່ນ​ຂອງ​ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ