ສປປເກົາຫລີຮຽກຮ້ອງສເກົາຫລີປັບປຸງການພົວພັນ

ສປປເກົາຫລີຮຽກຮ້ອງສເກົາຫລີປັບປຸງການພົວພັນ - ảnh 1
ຜູ້ນຳ ສປປ ​ເກົາຫລີ ​​Kim Jong Un
photo:http:infonet.vn


(vovworld)- ວັນ​ທີ 14/1, ສປປ ​ເກົາຫລີ ​​ໄດ້​ຮຽກຮ້ອງ ສ​ເກົາຫລີ ມານະ​ພະຍາຍາມ​ປັບ​ປຸງ​ການພົວພັນລະ​ຫວ່າງ​ ສປປ ​ເກົາຫລີ ແລະ ສ​ເກົາຫລີ. ​ບົດ​ຂຽນ​ລົງ​ພິມ​ໃນ​ຫນັງ​ສຶພິມ Rodong Shinmun, ສປປ ​ເກົາຫລີ ​ເນັ້ນ​ຫນັກ​ວ່າ: ການ​ປັບປຸງ​ການ​ພົວພັນ​ລະຫວ່າງ ສປປ ​ເກົາຫລີ ​ແລະ ສ​ເກົາຫລີ ມີ​ຄວາມ​ໝາຍ​ສຳຄັນ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ໂຮມ​ເປັນ​ເອກະ​ພາບ​ຄືນ​ໃຫມ່. ບົດ​ຫນັງ​ສຶພິມ​ຊີ້​ແຈ້ງວ່າ: ​ໃນ​ບັນດາ​ບັນຫາ​ບຸລິມະສິດ​​ໃຫ​້​ແກ່​ການ​ປັບປຸງ, ສ​ເກົາຫລີ ຄວນ​ຢຸດຕິ​ບັນດາ​ການ​ກະທຳ​ທີ່​ເປັນ​ປໍ​ລະ​ປັກ​ຕ້ານ​ຄືນ ສປປ ​ເກົາຫລີ. ສ່ວນ ພຽງ​ຢາງ ກໍ​ມີ​ບັນດາ​ຄວາມ​ມານະ​ພະຍາຍາມ​ຕັ້ງຫນ້າ​ໃນ​ປີ 2014 ​ເພື່ອ​ຈຸດໝາຍ​ດັ່ງກ່າວ. ຄຳ​ຮຽກຮ້ອງ​ຖືກ​ຍົກ​ອອກ ພາຍຫລັງ​ 5 ມື້ ພຽງ​ຢາງ​ປະ​ຕິ​ເສດ​ຄຳ​ຮຽກຮ້ອງ​ຂອງ ​ເຊີ​ອູ​ນ ກ່ຽວ​ກັບ​ການ​ປຶກສາ​ຫາລື​​ກ່ຽວກັບເລື່ອງ​​ເຕົ້າ​ໂຮມ​ກັນ​ຂອງ​ບັນດາ​ຄອບຄົວ​ທີ່​ພັດ​ພາກ​ຈາກ​ກັນ​ໃນ​ສົງຄາມ​ເກົາຫລີ​ 1950-1953.

 

 

ຂ່າວ/ບົດ​ອື່ນ