ສປປ.ເກົາຫຼີ ຢຸດບັນດາ ການເຄື່ອນໄຫວທົດລອງ ດ້ານນິວເຄຼີຍຊົ່ວຄາວ

ສປປ.ເກົາຫຼີ ຢຸດບັນດາ ການເຄື່ອນໄຫວທົດລອງ ດ້ານນິວເຄຼີຍຊົ່ວຄາວ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 29/2, ສປປ​.ເກົາຫຼີ ​ໄດ້​ປະກາດ​ເຫັນ​ດີຢຸດຊົ່ວ​ຄາວ​ບັນ​ດາ​ການ​ເຄື່ອນ​ໄຫວ​ທົດ​ລອງນິວ​ເຄຼີຍ, ຍິງລູກ​ສອນ​ໄຟໄລຍະໄກ ​ແລະ ການ​ເຄື່ອນ​ໄຫວ​ເສີມ​ທາດຢູຣານຽມ ຢູ່​ຮາກ​ຖານນິວ​ເຄຼຍ Yongbyon. ພຽງ​ຢາງ ກໍ​ອະນຸຍາດ​ໃຫ້​ອົງການ​ພະນັກງານປະລະມານູສາກົນ ( IAEA ) ຕິດຕາມ​ກວດກາ​ການ​ຢຸດຕິ​ກາ​ນ​ເສີມ​ທາດ​ຢູຣານຽມຊົ່ວຄາວ ​ໃນ​ໄລຍະ​ດຳ​ເນີນ​ບັນດາ​ການ​ເຈລະຈາ​ທີ່​ມີລັກສະນະ​ສ້າງສັນ.

ຫາງ​ສຽງ​ສາກົນ​ໄດ້​ມີ​ການ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ພາຍຫຼັງ​ສປປ.​ເກົາຫຼີ ອອກ​ຖະ​ແຫຼງການ ຢຸດຕິການ​ເຄື່ອນ​ໄຫວ​​ນິວ​ເຄຼີຍຂອງ​ປະ​ເທດ​ນີ້​. ນີ້​ແມ່ນ​ໜື່ງ​ໃນບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ຢູ່ທີ່​ການ​ເຈ​ລະ​ຈາລະຫວ່າງ​ອາ​ເມ​ລິ​ກາ - ສປປ.​ເກົາຫຼີ ຄັ້ງ​ທີ 3 ນັບ​ແຕ່​ເມື່ອ​ປີ 2011, ​ເຊິ່ງດຳ​ເນີນ​ໄປ​ຢູ່​ບັກ​ກິ​ງ ( ປະ​ເທດ​ຈີນ ) ​ໃນ​ອາທິດ​ກ່ອນ. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Kimoon ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ທັງ​ອາ​ເມ​ລິ​ກາ ​ແລະ ສປປ.​ເກົາຫຼີ ສືບ​ຕໍ່​ຍູ້​ແຮງ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ເຈລະຈາ​ເພື່ອ​ແນ​ໃສ່ແກ້ໄຂບັນດາ​ບັນຫາ​ທີ່​ຍັງ​ຕິດ​ຂັດ​ໂດຍ​ສັນຕິ​ວິທີ. ​ແລະ​ກໍ​ໃນ​ວັນ​ດ່ຽວ​ກັນ, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ໄດ້​ຢືນຢັນ​ວ່າ ວໍ​ຊິງ​ຕັນ ຈະ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ພຽງ​ຢາງ ຢ່າງ​ໃກ້ຊິດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Koichiro Gemba ​ໄດ້​ຕີ​ລາຄາ​ສູງ​ເລື່ອງສປປ.​ເກົາຫຼີ ຢຸດຕິ​ໂຄງການ​ນິວ​ເຄຼີຍ ​ນີ້ແມ່ນ​ບາດກ້າວ​ເດີນທີ່​ສຳຄັນ. ​ໃນ​ຂະນະ​ນັ້ນ, ຜູ້ອຳ​ໜ່ວຍ​ການ​ໃຫຍ່ IAEA ທ່ານ Yukiya Amano ​ໄດ້​ເວົ້າ​ວ່າ IAEA ​ໄດ້​ກ່ຽມພ້ອມ​ກັບ​ຄືນ​ຮາກ​ຖານ​ນິວ​ເຄຼີຍຂອງ​ສປປ.​ເກົາຫຼີ ​ເພື່ອ​ຕິດຕາມ​ກວດກາ​ການ​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ນິວ​ເຄຼີຍ.
ຂ່າວ/ບົດ​ອື່ນ