( vovworld )-ວັນທີ 16/6, ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ໄດ້ຈັດພິທິລະນຶກ 12 ປີແຫ່ງວັນອອກຖະແຫຼງການຮ່ວມລະຫວ່າງ 2 ພາກເກົາຫຼີ ແຫ່ງປະຫວັດສາດ (15/6/2000-15/6/2012). ກ່າວຄຳເຫັນທີ່ພິທີ, ບັນດາການນຳພັກ ແລະ ລັດ ສປປເກົາຫຼີ ໄດ້ຮຽກຮ້ອງໃຫ້ປະຊາຊົນທັງໝົດຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງຍົກສູງນ້ຳໃຈສາມັກຄີ, ສັນຕິພາບ ຖືກຕ້ອງຕາມເນື້ອໃນຈິດໃຈລະບຸໄວ້ໃນຖະແຫຼງການຮ່ວມລະຫວ່າງ 2 ພາກເກົາຫຼີ ຊື່ງໄດ້ລົງນາມເມື່ອປີ 2000 ພາຍຫຼັງການພົບປະຂັ້ນສຸດຍອດລະຫວ່າງປະທານາທິບໍດີສາທາລະນະລັດເກົາຫຼີ Kim Dae jung ແລະ ການນຳສປປເກົາຫຼີ Kim Jong il.
ຕີລາຄາກ່ຽວກັບຖະແຫຼງການຮ່ວມລະຫວ່າງສະບັບດັ່ງກ່າວ, ວິທະຍຸກະຈາຍສຽງພຽງຢາງ ຢືນຢັນວ່າ ນີ້ແມ່ນມໍລະດົກອັນລ້ຳຄ່າຂອງວິວັດທະນະການສ້າງຄວາມເປັນເອກະພາບໃນແຫຼມເກົາຫຼີຄືນໃໝ່ ແລະ ລັດທິຮັກຊາກ ຊື່ງອະດີດການນຳ Kim Jong il ປະໄວ້ໃຫ້ປະເທດນີ້.