ສປປ ເກົາຫຼີ-ອາເມລິກາ ສິ້ນສຸດການເຈລະຈາກ່ຽວກັບ ບັນຫາຊ່ວຍເຫຼືອທັນຍາຫານ

ສປປ ເກົາຫຼີ-ອາເມລິກາ ສິ້ນສຸດການເຈລະຈາກ່ຽວກັບ ບັນຫາຊ່ວຍເຫຼືອທັນຍາຫານ - ảnh 1

ທູດພິເສດຂອງອາເມລິກາແລກປ່ຽນ

ຫຼັງການເຈລະຈາ

( vovworld ) – ນັກ​ຂ່າວວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ຈີນ ​ໃຫ້​ຂ່າ​ວວ່າ, ວັນ​ທີ 8/3, ອາ​ເມ​ລິ​ກາ ​ແລະ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ (ສປປ​ ເກົາຫຼີ)​ ໄດ້​ສິ້ນ​ສຸດ​ການ​ເຈລະຈາ​ກ່ຽວ​ກັບ​ເລື່ອງ​ອາ​ເມ​ລິ​ກາ ຊ່ວຍ​ເຫຼືອທັນ​ຍາ​ຫານ​​ໃຫ້​​ແຫ່ ສປປ​ ເກົາຫຼີ ຢູ່​ປັກ​ກີ​ງ ປະ​ເທດ​ຈີນ. ຂ່າວ​ໃຫ້​ຮູ້​ວ່າ, ​ໃນ​ເວລາ 2 ວັນ​ດຳ​ເນີນ​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ສຸມ​ໃສ່​ປຶ​ກສາ​ຫາລື​ກ່ຽວ​ກັບ​ໄລຍະ​ເວລາ​ກໍ​ຄື​ວິທີ​​ໂດຍອາ​ເມ​ລິ​ກາ ສົ່ງ​ທັນ​ຍາ​ຫານ​ຊ່ວຍ​ເຫຼືອ​ໃຫ້​ແກ່ ສປປ ​ເກົາຫຼີ ​ແລະ ການ​ຕິດຕາມ​ກວດກາ​ເລື່ອງ​ແຈກ​ຢາຍ​ທັນ​ຍາ​ຫານ.

   ​ໂຄງການ​ຊ່ວຍ​ເຫຼືອ​ທັນ​ຍາ​ຫານ​ດັ່ງກ່າວ ​ແມ່ນ​ສ່ວນ​ໜື່ງຂອງ​ຂໍ້​ຕົກລົງ​​ບັນລຸ​ໄດ້​ໃນ​ການ​​ເຈລະຈາຂັ້ນສູງລະຫວ່າງ ສປປ​ ​ເກົາຫຼີ-ອາ​ເມ​ລິ​ກາ ຄັ້ງທີ 3 ຊື່​ງ​ໄດ້​ດຳ​ເນີນ​ໄປ​ຢູ່​ປັກ​ກີ​ງ​ ເມື່ອ​ອາທິດ​ກ່ອນ. ຕາມ​ນັ້ນ​ແລ້ວ, ສປປ​ ເກົາຫຼີ ຈະ​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ນີວ​ເຄຼຍ, ຍິງ​ລູກ​ສອນ​ໄຟ​ໄລຍະ​ໄກ ກໍ​ຄື​ການ​ເສີມ​ທາດ​ອູຣານຽມ, ​ເພື່ອ​ແລກ​ເອົາ​ການ​ຊ່ວຍ​ເຫຼືອ​ດ້ານ​ທັນ​ຍາ​ຫານ​​ໃນຈຳນວນ 240.000 ​ໂຕນ, ກ່ອນ​ອື່ນ​ໝົດ​ແມ່ນ​ສະຫງວນ​ໃຫ້​ເດັກນ້ອຍ, ​ແມ່ຍິງຖືພາ ​ແລະ ​ຜູ້​ເຖົ້າ​ແກ່. ນີ້​ແມ່ນ​ການ​ຊ່ວຍ​ເຫຼືອ​ທັນ​ຍາ​ຫານ​ເປັນຄັ້ງທຳ​ອິດ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ ​ໃຫ້ສປປ​ ເກົາຫຼີ ​ໃນ​ຮອບ​ເວລາ 3 ປີຜ່ານມາ.

​​

ຂ່າວ/ບົດ​ອື່ນ