ສປປ ເກົາຫຼີ ກ່າວປະນາມເລື່ອງ ອາເມລິກາ ຈັດ ພຽງຢາງເຂົ້າໃນບັນຊີລາຍຊື່ບັນດາປະເທດອຸດໜູນກໍ່ການຮ້າຍ

(VOVWORLD) - ຄຳຄັດຄ້ານດັ່ງກ່າວໄດ້ຍົກອອກມາ ພາຍຫຼັງ ຈີນ ກໍ່ກ່າວປະນາມບັນດາ “ຄຳສັ່ງລົງໂທດທີ່ຜິດພາດ”

ວັນທີ 22 ພະຈິກ, ສປປ ເກົາຫຼີ ໄດ້ອອກສຽງຄັດຄ້ານເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈັດ ພຽງຢາງ ເຂົ້າໃນ “ບັນຊີລາຍຊື່ ບັນດາປະເທດ ອຸດໜູນກໍ່ການຮ້າຍ” ແມ່ນ “ການກະທຳເກາະຜິດຢ່າງແຮງ”, ພ້ອມທັງກ່າວເຕືອນວ່າ ບັນດາຄຳສັ່ງລົງໂທດຈະບໍ່ບັງຄັບ ສປປ ເກົາຫຼີ ປະລະໂຄງການອາວຸດນິວເຄຼຍຂອງຕົນໄດ້. ຄຳຄັດຄ້ານດັ່ງກ່າວໄດ້ຍົກອອກມາ ພາຍຫຼັງ ຈີນ ກໍ່ກ່າວປະນາມບັນດາ “ຄຳສັ່ງລົງໂທດທີ່ຜິດພາດ” ເຊິ່ງ ອາເມລິກາ ຫາກໍ່ປະກາດເພື່ອແນໃສ່ບັນດາອົງກອນຂອງ ຈີນ ກ່ຽວຂ້ອງເຖິງ ສປປ ເກົາຫຼີ.

        ກ່ອນໜ້ານັ້ນ, ວັນທີ 20 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງຢັ້ງຢືນໄດ້ວ່າ ສປປ ເກົາຫຼີ ແມ່ນປະເທດ ອຸດໜູນໃຫ້ການກໍ່ການຮ້າຍ, ສິ່ງດັ່ງກ່າວຈະອະນຸຍາດໃຫ້ ອາເມລິກາ ຈັດວາງ ບັນດາມາດຕະການລົງໂທດຕໍ່ ສປປ ເກົາຫຼີ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ