( ພາບຈາກ ອີນເຕີແນດ )
( vov world ) ສປປ ເກົາຫຼີ ໄດ້ເປີດປະຕູໃຫ້ແກ່ບັນດາການເຈລະຈາກັບ ສ. ເກົາຫຼີ ໃນທັນທີ່ຖ້າຫາກອຳນາດການປົກຄອງ ສ.ເກົາຫຼີ ຕອບສະໜອງບາງເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການເຈລະຈາ. ນີ້ແມ່ນຄຳຢືນຢັນຂອງທ່ານພັນເອກ Ri Son Gwon, ເຈົ້າໜ້າທີກົມນະໂຍບາຍສັງກັດຄະນະກຳມະການປ້ອງກັນຊາດແຫ່ງ ສປປ ເກົາຫຼີ ໃນການຕອບສຳພາດເຊິ່ງໄດ້ດຳເນີນໄປຢູ່ຄະຄວນຫຼວງ ພຽງຢາງ ໃນວັນທີ 2 ກຸມພາ. ທ່ານພັນເອກ Ri Son Gwon ກໍ່ຢືນຢັນວ່າ ຖ້າຫາກ ສ.ເກົາຫຼີ ມີຄຳຕອບຢ່າງຈະແຈ້ງນັ້ນ, ການເຈລະຈາຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນທັນທີ່. ເລື່ອງເຊື່ອມຕໍ່ການເຈລະຈາ ແລະ ປົວແປງບັນດາສາຍພົວພັນ 2 ຝ່າຍອິ່ງໃສ່ການກຽມພ້ອມຂອງລັດຖະບານ ສ.ເກົາຫຼີ. ຄຳຖະແຫຼງຂອງທ່ານ Ri Son Gwon ໄດ້ຍົກອອກມາພາຍຫຼັງນັກການທູດຂັ້ນສູງຂອງ ອາເມລິກາ ເວົ້າວ່າ ປະເທດນີ້ຈະເປີດປະຕູໃຫ້ແກ່ການແກ້ໄຂຄວາມບໍ່ລົງລອຍກັນກ່ຽວກັບໂຄງການນິວເຄຼຍ ສປປ ເກົາຫຼີ ຜ່ານທາງການທູດຖ້າຫາກ ສປປ ເກົາຫຼີ ປັບປຸງບັນດາການພົວພັນກັບ ສ.ເກົາຫຼີ .