ສື່ມວນຊົນກູບາສືບຕໍ່ລົງພິມຮູບພາບທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງພົບປະກັບຜູ້ນຳກູບາFidel Castro
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງພົບປະກັບ
ຜູ້ນຳ Fidel Castro
ພາບ:internet
|
(vovworld)-ຂ່າວແລະຮູບພາບກ່ຽວກັບການເຄື່ອນໄຫວຂອງທ່ານາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ໃນການຢ້ຽມຢາມ ກູບາ ແຕ່ວັນທີ 26-28/3 ສືບຕໍ່ໄດ້ລົງພິມໃນຫນ້າທຳອິດບັນດາຫນັງສືພິມສຳຄັນຂອງກູບາສະບັບອອກວັນທີ 28/3. ຫນັງສື ພິມ Granma ອົງການກະບອກສຽງຂອງພັກກອມມູນິດ ກູບາ ແລະ ຫນັງສືພິມ Juventud Rebelde ໄດ້ລົງພິມບັນດາຮູບພາບກ່ຽວກັບການພົບປະລະຫວ່າງຜູ້ນຳ Fidel Castro ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ. ນອກນັ້ນ, ຂ່າວ ແລະ ພາບກ່ຽວກັບປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Raul Castro ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ລ້ວນແຕ່ໄດ້ລົງພິມໃນຫນ້າທຳອິດ, ໃນນັ້ນ ເນັ້ນຫນັກເຖິງຄວາມປາດຖະຫນາຂອງການນຳສອງປະເທດກ່ຽວກັບການສືບຕໍ່ແລກປ່ຽນ, ໂອ້ລົມສົນທະນາກ່ຽວກັບບັນດາບັນຫາພາຍໃນ ແລະ ຕ່າງປະເທດຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.