ສື່ມວນຊົນເຢຍລະມັນຍ້ອງຍໍຊົມເຊີຍພົນເອກຫວໍ້ງວຽນຢາບ

ສື່ມວນຊົນເຢຍລະມັນຍ້ອງຍໍຊົມເຊີຍພົນເອກຫວໍ້ງວຽນຢາບ - ảnh 1
​ພົນ​ເອກ ຫວໍ້​ງວຽນ​ຢາ​ບ
(ພາບປະກອບ)

(vovworld) - ໜັງສືພິມ​ຫຼາຍ​ສະບັບ​ຂອງ​​ເຢຍລະ​ມັນ ສືບ​ຕໍ່​ມີ​ບົດ​ຍ້ອງຍໍ​ຊົມ​ເຊີຍ​ຄວາມ​ເກັ່ງ​ກ້າ​ສາມາດ ກໍຄື ຈຸດປະສົງດ້ານການ​ທະຫານ​ອັນ​ສູງ​ສົ່ງ​ຂອງ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ພາຍຫຼັງ​ທ່ານ​ພົນ​​ເອກ​ເຖິງ​ແກ່​ມໍລະນະ​ກຳມາ​ເປັນ​ເວລາ 14 ວັນ. ບົດ​ຂຽນ​ໄດ້​ລົງ​ພິມ​ໃນ​ໜັງສືພິມ “ປະ​ເທດ​ເຢຍລະ​ມັນ​ໃໝ່” ​ເມື່ອ​ວັນ​ທີ 17/10 ​​ໂດຍໃຫ້​ຮູ້​ວ່າ: ​ໃນ​ຊຸມ​ວັນ​ນີ້, ໜັງສື​ພິມ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ປຽບທຽບ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ກັບ​ບັນດາຜູ້​ບັນຊາ​ການ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ. ຕາມ​ຜູ້​ຂຽນ​ແລ້ວ, ບັນດາ​ຜູ້​ທີ່​ໄດ້​ປຽບທຽບ​ຄື​ແນວ​ນັ້ນ​ບໍ່​​ເອົາ​ໃຈ​ໃສ່​ເຖິງ​ຈຸດພິ​ເສດ​ທີ່​ວ່າ: “ຈຸ​ດປະສົງ​ດ້ານການ​ທະຫານ​ຂອງ​ພົນ​ເອກ ບໍ່​ແມ່​ນ​​ເພື່ອ​ຢືດຄອງ​ປະ​ເທດ​ອື່ນ ຫຼື​ວ່າ​ກົດ​ຂີ່ປະ​ເທດ​ອື່ນ, ຫາກ​​ເພື່ອ​​​ຢຸດຕິ​​ແອບ​ປົກຄອງ​ຂອງ​ເສິກ​ຕ່າງ​ດ້າວ​ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເພີ່ນ”. ກ່ອນ​ໜ້າ​ນັ້ນ, ໜັງສືພິມ “​​ໂລກ​ແຫ່ງ​ໄວ​ໜຸ່ມ” ຂອງ​​ເຢຍລະ​ມັນ​ມີ​ບົດ​ຂຽນ​ຍາວ ​ແລະ ​ເລິກ​ເຊິ່ງກ່ຽວ​ກັບ​ນ້ຳ​ໃຈ​ຂອງ​ຊາວ ຫວຽດນາມ ທີ່​ສະ​ຫງວນ​ໃຫ້​ແກ່​ພົນ​ເອກ​ໃນ​ພິທີ​ສັ່ງລາ​ດວງວິນ​ຍານ​ຂອງພົນ​ເອກ​ໄປ​ສູ່​ສຸ​ຂະ​ຕິ. ສິ່ງ​ເອ​ເລັກ​ໂຕ​ນິກອື່ນໆ​ຂອງ​ເຢຍລະ​ມັນ​ກໍ່​ໄດ້​ໃຫ້​ຂ່າວ, ພາບ​ຍ້ອງຍໍ​ຊົມ​ເຊີຍ​ຄວາມ​​ເກັ່ງ​ກ້າ​ສາມາດ​ດ້ານ​ການ​ທະຫານ​ຂອງ​ພົນ​​ເອກ ຫວໍ້​ງວຽນ​ຢາ​ບ.

 

ຂ່າວ/ບົດ​ອື່ນ