ສຸມໃສ່ປະຕິບັດວຽກງານສຶກສາຊາວໜຸ່ມ,ເຍົາວະຊົນ,ອະນຸຊົນເປັນຢ່າງດີ
ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມ ແລະ ອວຍພອນສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (ປີ 2014)
(ພາບປະກອບຈາກ VGP/Từ Lương)
|
(vovworld) – ຕອນບ່າຍວັນທີ 26/3, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ອວຍພອນສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 84 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26/3/1931 – 26/3/2015). ນະທີ່ນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າ: ໃນບັນດາຜົນງານລວມຂອງປະເທດຊາດ ມີການປະກອບສ່ວນທີ່ໜ້າເອກອ້າງທະນົງໃຈຂອງລຸ້ນໜຸ່ມ. ທ່ານ ຫງວຽນທ້ຽນເຍີນ ເຊື່ອໝັ້ນວ່າ: ບົນພື້ນຖານໜັກແໜ້ນທີ່ມີຢູ່ແລ້ວ, ໃນໄລຍະຈະມາເຖິງ, ສະມາຊິກຊາວໜຸ່ມຈະສືບຕໍ່ມີບັນດາການປະກອບສ່ວນຕັ້ງໜ້າ ນຳປະເທດຊາດພັດທະນາກ່ວາອີກ… ເນັ້ນໜັກເຖິງໜ້າທີ່ຈຸດສຸມຂອງຄະນະຊາວໜຸ່ມໃນປີ 2015 ແມ່ນປະຕິບັດວຽກງານສຶກສາມູນເຊື້ອ, ສຶກສາການເມືອງ, ແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຖືວ່າ ອົງການຊາວໜຸ່ມ ຕ້ອງມີວິທີສຶກສາເໝາະສົມ, ດຶງດູດໄວໜຸ່ມໃຫ້ໄດ້. ທ່ານຊີ້ແຈ້ງວ່າ: ແນວໂຮມປະເທດຊາດ ຫວຽດນາມ ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກັບຄະນະຊາວໜຸ່ມໃນການປະຕິບັດໜ້າທີ່ວຽກງານ, ພ້ອມທັງສະເໜີບັນດາເນື້ອໃນລະອຽດທີ່ຄະນະຊາວໜຸ່ມຕ້ອງເອົາໃຈໃສ່, ຄົ້ນຄ້ວາເພື່ອສົມທົບກັບບັນດາອົງການຜັນຂະຫຍາຍເປັນຢ່າງດີໃນໄລຍະຈະມາເຖິງ.