ສ່ວນເກີນການຄ້າຂອງ ຈີນ ກັບ ອາເມລິກາ ເພີ່ມຂຶ້ນເຖິງລະດັບສະຖິຕິ

(VOVWORLD) - ສ່ວນເກີນການຄ້າຂອງ ຈີນ ກັບ ອາເມລິກາ ເພີ່ມຂຶ້ນເຖິງລະດັບສະຖິຕິໃນເດືອນ ສິງຫາ ຜ່ານມາ.
 

ຕາມບັນດາຂໍ້ມູນຂອງອົງການພາສີ ຈີນ ຊຶ່ງປະກາດໃນວັນທີ 08 ກັນຍາ ແລ້ວ, ໃນເດືອນຜ່ານມາ, ສ່ວນເກີນການຄ້າຂອງພື້ນຖານເສດຖະກິດຢືນອັນດັບທີ 2 ຂອງໂລກກັບ ອາເມລິກາ ບັນລຸ 31 ຕື້ USD, ເພີ່ມຂຶ້ນເກືອບ 3 ຕື້ USD ເມື່ອທຽບໃສ່ລະດັບ 28,08 ຕື້ USD ເດືອນ ກໍລະກົດ. ໄລ່ແຕ່ຕົ້ນປີນີ້, ສ່ວນເກີນການຄ້າຂອງ ຈີນ  ສຳລັບ ຕະຫລາດສົ່ງອອກໃຫຍ່ທີ່ສຸດຂອງປະເທດນີ້ ບັນລຸກ່ວາ 192 ຕື້ USD, ສູງກ່ວາຕົວເລກ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍແມ່ນເກືອບ 168 ຕື້ USD.

ຕາມວົງການນັກໄຈ້ແຍກແລ້ວ ສາຍເຫດຕົ້ນຕໍທີ່ພາໃຫ້ສ່ວນເກີນການຄ້າລະຫວ່າງ ຈີນ ແລະ ອາເມລິກາ ເພີ່ມຂຶ້ນ ຍ້ອນບັນດານັກນຳເຂົ້າ ອາເມລິກາ ຍູ້ແຮງການສັ່ງຊື້ສິນຄ້າ ແນໃສ່ຫຼີກລ້ຽງອັດຕາພາສີໃໝ່ທີ່ໄດ້ຈັດວາງ.

ຕອບກັບ

ຂ່າວ/ບົດ​ອື່ນ