ສີສັນວັດທະນະທຳ ຫວຽດນາມ ຢູ່ນະຄອນໃຫຍ່ທີ 2 ຂອງ ເຊັກໂກ
(VOVWORLD) -ຈຸດເອກະລັກສະເພາະໃນວັດທະນະທຳປະເພນີຂອງ ຫວຽດນາມ ໄດ້ສະແດງອອກຜ່ານທຳນອງຂັບພື້ນເມືອງ, ຊຸດປະຈຳຊາດ ພ້ອມກັບສິລະປະອາຫານການກິນຍອດຍິ່ງ ໄດ້ແນະນຳເຖິງມະຫາຊົນ ເຊັກໂກ ຢູ່ວັນບຸນວັດທະນະທຳ ຫວຽດນາມ ຄັ້ງທີ 2 ໄດ້ຈັດຕັ້ງໃນວັນທີ 13 ກັນຍາ ຢູ່ສະໜາມຫລວງໃຈກາງນະຄອນ Brno ໃຫຍ່ທີ 2 ຂອງສາທາລະນະລັດ ເຊັກໂກ.
ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ເຊັກໂກ, ທ່ານ ເຈືອງກົງຊື໊, ປະທານສະມາຄົມຊາວ ຫວຽດນາມ ຢູ່ເຂດ Brno ແລະ Moravia ໃຕ້, ພ້ອມທັງເປັນຫົວໜ້າຄະນະຈັດຕັ້ງເຫດການໃຫ້ຮູ້ວ່າ: ປະຊາຄົມຊາວ ຫວຽດນາມ ໄດ້ມາຢູ່ເຂດດັ່ງກ່າວແຕ່ດົນແລ້ວ ແລະ ນີ້ແມ່ນໂອກາດເພື່ອໃຫ້ຊາວ ຫວຽດນາມ ນຳວັດທະນະທຳຂອງຕົນ ມາສະໜິດຕິດພັນກັບຊາວທ້ອງຖິ່ນເດີມໃຫ້ຫລາຍກ່ວາ.
ສີສັນວັດທະນະທຳ ຫວຽດນາມ ຢູ່ນະຄອນໃຫຍ່ທີ 2 ຂອງ ເຊັກໂກ |
ນີ້ເປັນຄັ້ງທີ 2 ທີ່ວັນວັດທະນະທຳ ຫວຽດນາມ ຢູ່ Brno ໄດ້ຮັບການຈັດຕັ້ງຂຶ້ນ ພາຍຫລັງການຈັດຕັ້ງຄັ້ງທຳອິດແມ່ນກ່ອນນີ້ 4 ປີ ເນື່ອງໃນໂອກາດປີວັດທະນະທຳ ຫວຽດນາມ ຂ່ຳນັບຮັບຕ້ອນ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເຊັກໂກ. ຕາມຄະນະຈັດຕັ້ງແລ້ວ, ເຫດການດັ່ງກ່າວ ນັບມື້ນັບໄດ້ດຶງດູດຄວາມສົນໃຈຂອງປະຊາຊົນປະເທດປະຈຳຖິ່ນ ແລະ ແຂກທ່ອງທ່ຽວຢູ່ Brno ແລະ ບັນດາເຂດໃກ້ຄຽງ.