ສອງປະເທດຕັດສິນໃຈເພີ່ມທະວີ ແລະ ພັດທະນາສາຍພົວພັນຮ່ວມມືໄລຍະທີ່ຈະມາເຖິງ
(ພາບ : Chinhphu.vn)
ວັນທີ 23 ພະຈິກ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີລັດ ອິດສະຮາແອນ Shimon Peres ທີ່ພວມຢູ່ຢ້ຽມຢາມຫວຽດນາມຢ່າງເປັນທາງການ. ໃນການເຈລະຈາ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ແຈງໃຫ້ຊາບແກ່ທ່ານປະທານາທິບໍດີ Shimon Peres ຊາບກ່ຽວກັບບັນດາພົນງານດີເດັ່ນໃນກິດຈະການປ່ຽນແປງໃໝ່ຂອງ ຫວຽດນາມ ໃນໄລຍະທີຜ່ານມາ ແລະ ຢືນຢັນນະໂຍບາຍການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນໄດ້ພ້ອມແລ້ວທີ່ຈະເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວເນື້ອເຊື່ອໃຈຂອງບັນດາປະເທດໃນວົງຄະນະຍາດສາກົນ, ສູ້ຊົນເພື່ອສັນຕິພາບ, ເອກະລາດ ແລະ ການພັດທະນາ. ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ Shimon Peresໄດ້ສະແດງຄວາມພຶງພໍໃຈຕໍ່ການພັດທະນາທີ່ໜ້າສົ່ງເສີມຂອງການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ຢືນຢັນຄວາມຕັດສິນໃຈເພີ່ມທະວີ ແລະ ພັດທະນາສາຍພົວພັນຮ່ວມມືນີ້ໃນໄລຍະທີ່ຈະມາເຖິງຫຼາຍກວ່າອີກ, ພິເສດແມ່ນໃນຂົງເຂດວິທະຍາສາດ - ເຕັກໂລໂນຊີ, ກະສິກຳ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. 2 ຝ່າຍກໍ່ແລກປ່ຽນຄວາມເຫັນກ່ຽວກັບບັນດາບັນຫາພາຍໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມເອົາໃຈໃສ່ ແລະ ສະແດງຄວາມປາດຖະໜາຢາກເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມເພື່ອຈຸດໝາຍສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢ່າງຕັ້ງໜ້າ.