ສະຖານທູດຫວຽດນາມປະຈຳກຳປູເຈຍຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມ 2 ກັນຍາ

(VOVWORLD) -ຕອນຄ່ຳວັນທີ 29 ສິງຫາ, ຢູ່ນະຄອນຫຼວງພະນົມເປັນ, ສະຖານທູດຫວຽດນາມ ປະຈຳລາຊະອານາຈັກກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມ.
ສະຖານທູດຫວຽດນາມປະຈຳກຳປູເຈຍຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມ 2 ກັນຍາ - ảnh 1 (ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫວູກວາງມິງ)

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫວູກວາງມິງ ໄດ້ຫວນຄືນຄວາມໝາຍອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ເຊິ່ງແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດຂອງຊາດຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ໄດ້ຕີລາຄາວ່າ, ການພົວພັນລະຫວ່າງຫວຽດນາມ - ກຳປູເຈຍ ໃນໄລຍະຜ່ານມາໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ ແລະ ບັນລຸໄດ້ຜົນງານຫຼາຍຢ່າງທີ່ເປັນໜ້າຮັບຮູ້.

        ສ່ວນທ່ານ ທອງ ຄອນ, ລັດຖະມົນຕີກະຊວງທ່ອງທ່ຽວກຳປູເຈຍ ຢືນຢັນວ່າ, ກຳປູເຈຍ ແລະ ຫວຽດນາມ ຍາມໃດກໍ່ປັບປຸງ ແລະ ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ໝັ້ນຄົງຍາວນານ ເພື່ອຜົນປະໂຫຍດລວມລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ