ສະຖານທູດ ຈີນ ປະຈຳ ອາເມລິກາ ອອກຖະແຫຼງການຄັດຄ້ານຕໍ່ເລື່ອງ ອາເມລິກາ ຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ຂອງ ຈີນ ປະຈຳ Houston
ນັກຂ່າວ VOV ປະຈຳ ຈີນ ແລະ ອາເມລິກາ -  
(VOVWORLD) - ພາຍຫລັງກະຊວງການຕ່າງປະເທດ ຈີນ ມີປະຕິກິລິຍາຢ່າງເປັນທາງການ, ຕອນເຊົ້າວັນທີ 23 ກໍລະກົດ, ຕາມເວລາ ປັກກິງ, ສະຖານທູດ ຈີນ ປະຈຳ ອາເມລິກາ ກໍ່ໄດ້ອອກຖະແຫຼງການຄັດຄ້ານເລື່ອງ ອາເມລິກາ ຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ ຈີນ ປະຈຳ Houston.
ສະຖານກົງສູນໃຫຍ່ ຈີນ ປະຈຳ Houston (ພາບ: AFP) |
ຖະແຫຼງການໄດ້ເອົາລົງໃນເວັບໄຊຂອງສະຖານທູດ ຈີນ ປະຈຳ ອາເມລິກາ ໂດຍຊີ້ແຈ້ງວ່າ: ຈີນ ຄັດຄ້ານຢ່າງແຮງຕໍ່ການກະທຳຂອງ ອາເມລິກາ ກ່ຽວກັບເລື່ອງຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ ຈີນ ປະຈຳ Houston, ພ້ອມທັງຖືວ່າ: ນີ້ແມ່ນການກະທຳເກາະຜິດດ້ານການເມືອງ, ລະເມີດກົດໝາຍສາກົນ ແລະ ຫຼັກການພື້ນຖານໃນການພົວພັນສາກົນ ກໍ່ຄືບັນດາຂໍ້ກຳນົດທີ່ກ່ຽວຂ້ອງໃນສົນທິສັນຍາສະຖານກົງສູນລະຫວ່າງ ຈີນ - ອາເມລິກາ ຢ່າງຮ້າຍແຮງ.
ກ່ອນໜ້ານັ້ນ, ວັນທີ 22 ກໍລະກົດ, ອາເມລິກາ ໄດ້ຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ຂອງ ຈີນ ປະຈຳນະຄອນ Houston ໃນຮອບເວລາ 72 ຊົ່ວໂມງໂດຍບັງເອີນ. ອະພິປາຍກ່ຽວກັບການຕົກລົງດັ່ງກ່າວ ຝ່າຍ ອາເມລິກາ ໄດ້ກ່າວຫາວ່າ ຈີນ ໄດ້ແຊກແຊງເຂົ້າບັນຫາພາຍໃນຂອງ ອາເມລິກາ ກໍ່ຄືລັກເອົາຊັບສິນທາງປັນຍາຂອງປະເທດນີ້.
ນັກຂ່າວ VOV ປະຈຳ ຈີນ ແລະ ອາເມລິກາ