(vovworld) – ວັນທີ 25/02, ຢູ່ນິວຢອກ, ປະເທດອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຊຸດທີ 69 ໄດ້ຈັດກອງປະຊຸມຄົບຄະນະ ເພື່ອປຶກສາຫາລືບັນດາມາດຕະການສະກັດກັ້ນສະພາບອາດຊະຍາກຳ ແລະ ການໃຊ້ຄວາມຮຸນແຮງ, ຮັບໃຊ້ວິວັດທະນາການພັດທະນາໃນທົ່ວໂລກ. ກ່າວຄຳເຫັນຕໍ່ໜ້າບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າ 193 ປະເທດສະມາຊິກ, ທ່ານ Yury Fedotov, ຫົວໜ້າຝ່າຍບໍລິຫານອົງການປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC) ໃຫ້ຮູ້ວ່າ, ເພື່ອປະກອບສ່ວນຫຼຸດຜ່ອນສະພາບອາດຊະຍາກຳ, UNODC ສະເໜີບັນດາແຜນການເຄື່ອນໄຫວຢ່າງລະອຽດ, ໃນນັ້ນເອົາໃຈໃສ່ເຖິງການຍົກສູງສຸຂະພາບໃຫ້ມະນຸດ, ຮັບປະກັນຄວາມຍຸຕິທຳ ແລະ ຄວາມປອດໄພໃຫ້ທຸກສັງຄົມ, ຕິດພັນກັບການຫຼຸດຜ່ອນສະພາບອາດຊະຍາກຳ, ຕໍ່ສູ້, ຕ້ານຢາເສບຕິດ, ກໍ່ການຮ້າຍໃນທົ່ວໂລກ…