ສະພາຄວາມໝັ້ນຄົງ ສປຊ ຈັດການ ປະຊຸມກ່ຽວກັບສະພາບການຢູ່ຊີຣີ
ສະພາບການຢູ່ຊີຣີ
(ພາບ:.phapluatxahoi.vn)
( vovworld ) – ວັນທີ 16/8, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດການປະຊຸມເພື່ອປຶກສາຫາລືເລື່ອງຈະສ້າງຕັ້ງຫ້ອງການໃໝ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ສປຊ ແລະ ສະຫະພັນອາຣັບ ເພື່ອແນ່ໃສ່ຢຸດຕິວິກິດການທີ່ແກ່ຍາວໃນເວລາ 18 ເດືອນຜ່ານມາຢູ່ຊີຣີ ຫຼືບໍ່. 15 ປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ເລີ່ມ ວາລະປະຊຸມລັບໃນວັນທີ 16/8 ໃນສະພາບການທີ່ຄະນະນັກສັງເກດການ ສປຊ ຈະສິ້ນສຸດໜ້າທີ່ໃນວັນທີ 19/8 ທີ່ຈະມາເຖິງ. ບັນດາປະເທດສະມາຊິກຈະປຶກສາຫາລືກ່ຽວກັບຄະນະຕິດຕາມກວດກາຂອງ ສປຊ ແລະ ເລື່ອງຈະສືບຕໍ່ຜັນຂະຫຍາຍບັນດາພາລະກອນຢູ່ຊີຣີ ອີກຫຼືບໍ່.
ກ່ອນໜ້ານັ້ນ, ໃນຈົດໝາຍຝາກເຖິງຍັງສະພາຄວາມໝັ້ນຄົງ ສປຊ , ທ່ານເລຂາທິການໃຫ່ຍ Ban Ki Moon ໄດ້ສະແດງຄວາມວິຕົກກັງວົນວ່າສະພາບການຢູ່ຊີຣີ ພວມມີໄພຕົກເຂົ້າສູ່ “ເສິກກາງເມືອງຢ່າງຮອບດ້ານ“ ແລະ ທ່ານສະໜັບສະໜູນເລື່ອງຜັນຂະຫຍາຍບັນດາພາລະກອນ ສປຊ ຢູ່ຊີຣີ ຍ້ອນວ່າ ສິ່ງນີ້ແມ່ນຈຳເປັນທີ່ສຸດ ເພື່ອດຳເນີນບັນດາການເຄື່ອນໄຫວກູ້ຊ່ວຍມະນຸດສະທຳ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ມາດຕະການສັນຕິພາບໃຫ້ແກ່ວິກິດການຢູ່ຊີຣີ.