ສະພາຕ່ຳອາເມລິກາ ຮັບຮອງເອົາຄຳສັ່ງ ລົງໂທດໃໝ່ ຕ້ານອີຣານ
ວັນທີ 14/12, ສະພາຕ່ຳອາເມລິກາໄດ້ຮັບຮອງເອົາຄຳສັ່ງລົງໂທດໃໝ່ຕ້ານ ອີຣານ ດ້ວຍກົນອຸບາຍບັງຄັບໃຫ້ປະເທດ ອິດສະລາມນີ້ ຕ້ອງຢຸດຕິໂຄງການນິວເຄຼຍ ທີ່ຖືກຝ່າຍຕາເວັນຕົກກ່າວປະນາມວ່າແມ່ນເພື່ອແນໃສ່ພັດທະນາອາວຸດນິວເຄຍ ແລະ ຖືກຊຸດໂຊມດ້ານເສດຖະກິດ. ຕາມບັນດາມາດຕະການລົງໂທດໃໝ່, ອາເມລິກາ ຈະຈັດວາງບັນດາຂໍ້ກຳນົດທີ່ແຂງກະດ້າງ ເພື່ອແນໃສ່ລົບລ້າງທະນາຄານສູນກາງອີຣານ ອອກຈາກລະບົບການເງິນທົ່ວໂລກ, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ລົງໂທດບັນດາປະເທດ ແລະ ບໍລິສັດທີ່ໄດ້ລົງທຶນເຂົ້າຂົງເຂດພະລັງງານຂອງ ອີຣານ, ສະໜອງ ເຊື້ອໄຟ ຫຼືເຄັບລົບຊ່ວຍ ເຕເຮຣານ ພັດທະນາອາວຸດເຄມີ.... ກໍ່ໃນວັນດຽວກັນ, ສະພາຕ່ຳ ອາເມລິກາກໍ່ໄດ້ຮັບຮອງເອົາ ມາດຕະການລົງໂທດໃໝ່ຕ້ານ Xyri ແລະ ສປປ ເກົາຫຼີ, ຮັບຮອງເອົາເລື່ອງລົງໂທດບັນດາປະເທດ ຫຼື ບໍລິສັດໃດທີ່ຊ່ວຍບັນດາປະເທດນີ້ພັດທະນາ ອາວຸດນິວເຄຼຍ, ອາວຸດຊີວະພາບ ແລະ ເຄມີ ຫຼື ພັດທະນາໂຄງການລູກສອນໄຟ.