ສະພາບການສັບສົນກ່ອນການເລືອກຕັ້ງຢູ່ປາກີສະຖານ
ການໃຊ້ຄວາມຮຸນແຮງຢູ່ປາກີສະຖານ
(ພາບ:Getty Images)
(vovworld)-ວັນທີ 10/5, 4 ແຂວງທຳອິດຂອງປາກີສະຖານ ໄດ້ໄປປ່ອນບັດໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດຄັ້ງທີ 14 ໄດ້ຮັບການຕີລາຄາວ່າມີລັກສະນະປະຫວັດສາດ ຍ້ອນວ່າ: ເປັນເທື່ອທຳອິດທີ່ປະເທດອາຊີໃຕ້ນີ້ມີລັດຖະບານພົນລະເຮືອນກຳອຳນາດ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາການໃຊ້ຄວາມຮຸນແຮງພວມເກີດຂຶ້ນໃນທົ່ວປະເທດນີ້ ແລະ ມີໄພຈະກໍ່ຜົນສະທ້ອນຕໍ່ວິວັດການເລືອກຕັ້ງ. ວັນທີ 9/5, ທ່ານ Ali Haider ລູກຊາຍຂອງອະດີດນາຍົກລັດຖະມົນຕີປາດີສະຖານ Raza Gilani ຖືກບັນດາມືປືນແປກໜ້າລອບຈັບຕົວ. ອະດີດນາຍົກລັດຖະມົນຕີປາດີສະຖານ Raza Gilani ໄດ້ກ່າວຫາບັນດາຄູ່ແຂ່ງການເມືອງຢືນຢູ່ເບື້ອງຫຼັງເຫດການນີ້ ແຕ່ທ່ານກໍ່ຮຽກຮ້ອງໃຫ້ປະຊາຊົນປະເທດນີ້ ຈົ່ງມີຄວາມອຸ່ນອ່ຽງໃຈ ແລະ ສືບຕໍ່ໄປປ່ອນບັດ.
ການໃຊ້ຄວາມຮຸນແຮງຄັ້ງຕ່າງໆໄດ້ເກີດຂຶ້ນຢ່າງລຽນຕິດກ່ອນການເລືອກຕັ້ງຢູ່ປາກີສະຖານ. ນັບແຕ່ບັ້ນຫາສຽງເລືອກຕັ້ງເລີ່ມຕົ້ນແຕ່ວັນທີ 11/4, ໄດ້ມີກ່ວາ 110 ຄົນເສຍຊີວິດ ແລະ ເກືອບ 400 ຄົນຖືກບາດເຈັບໃນການບຸກໂຈມຕີຄັ້ງຕ່າງໆແນ່ໃສ່ບັນດາຜູ້ອອກສະໝັກຮັບເລືອກຕັ້ງ, ຫ້ອງການຂອງບັນດານັກການເມືອງ ແລະ ພັກການເມືອງຕ່າງໆ ກໍ່ຄືແນ່ໃສ່ບັນດາການເດີນຂະບວນ, ງານໂຮມຊຸມນຸມໃນທົ່ວປະເທດປາກີສະຖານ.