ສະພາສູງຝລັ່ງ ສະເໜີ ຮັບຮອງລັດປາແລດສຕິນ

ສະພາສູງຝລັ່ງ ສະເໜີ ຮັບຮອງລັດປາແລດສຕິນ - ảnh 1
(ພາບປະກອບ: AFP)

(vovworld) – ດ້ວຍ​ບັດ​ເຫັນ​ດີ 153 ບັດ, ບັດ​ຂາວ 146 ບັດ, ວັນ​ທີ 11/12, ສະພາ​ສູງ​ຝລ່ັງ ​ໄດ້​ຮັບຮອງ​ເອົາ​ມະຕິ​ສະ​ເໜີ​ລັດຖະບານ​ຝລັ່ງ ຮັບຮອງ​​ລັດ​ປາ​ແລດ​ສຕິນ ​ແລະ ​ເຊື່ອມ​ຕໍ່ບັນດາ​ການ​​ເຈລະຈາ​ສັນຕິພາບ​ລະຫວ່າງ​ປາ​ແລດ​ສຕິນ ​ແລະ ອິດສຣາ​ແອນ. ຕາມ​ທ່ານ​ສະມາຊິກ​ສະພາ​ສູງ​ພັກ​ສັງຄົມ Gilert Roger, ຫົວໜ້າ​ກຸ່ມ​ສ້າງ​ຂໍ້​ສະ​ເໜີ ຍື່ນຕໍ່​ສະພາ​ສູງ​ແລ້ວ, ​ເລື່ອງ​ຮັບ​ຮອງລັດ​ປາ​ແລດ​ສຕິນ “​ແມ່ນ​ບາດກ້າວ​ທຳ​ອິດ​​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ສະ​ເໝີ​ພາ​ບລະຫວ່າງ​ປາ​ແລດ​ສຕິນ ​ແລະ ອິດສຣາ​ແອນ” ​ແລະ ​ແມ່ນ “​​ເງື່ອນ​ໄຂ​ທຳ​ອິດ​ເພື່ອ​ດຳ​ເນີນ​ການ​ເຈລະຈາຕ່າງໆ”. ກ່ອນ​ໜ້າ​ນັ້ນ, ວັນ​ທີ 02/12, ສະພາ​ແຫ່ງ​ຊາດ​ຝລັ່ງ ກໍ່​ຮັບຮອງ​ເອົາ​ມ​ະຕິ​ສະ​ເໜີ​ໃຫ້​ລັດຖະບານ​ຝລັ່ງ ຮັບຮອງ​ລັດ​ປາ​ແລດ​ສຕິນ ​​ເພື່ອ​ແນ​ໃສ່​ບັນ​ລຸ​ມາດ​ຕະການ​ແກ້​ໄຂ​ສຸດ​ທ້າຍ​ໃຫ້​​ແກ່​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ແລດ​ສຕິນ ​ແລະ ອິດສຣາ​ແອນ. ສະ​ນັ້ນ, ​ໃນ​ເວ​ລາ​ເກືອບ 10 ວັນ, ນັບ​ທັງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ສູງ​ຝລັ່ງ ລ້ວນ​ແຕ່​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບປາ​ແລດ​ສຕິນ, ​​ເຊິ່ງ​ເປັນ​ເອກະສານ​ບໍ່​ຖື​ລັກສະນະບັງ​ຄັບ​ສຳລັບ​ລັດຖະບານ​ຝລັ່ງ.

ຂ່າວ/ບົດ​ອື່ນ