ສະພາແຫ່ງຊາດຊຸດທີ XIV ສ້າງຂີດໝາຍພິເສດໃນການພັດທະນາປະເທດຊາດ
(VOVWORLD) - ໃນຂົງເຂດການພົວພັນຕ່າງປະເທດ, ການເຄື່ອນໄຫວທາງການພົວພັນຕ່າງປະເທດຂອງສະພາແຫ່ງຊາດຊຸດທີ XIV ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດເປັນເຈົ້າການປະກອບສ່ວນສ້າງສາ, ປົກປັກຮັກສາ ແລະ ຊຸກຍູ້ບັນດາຜົນປະໂຫຍດຍຸດທະສາດກ່ຽວກັບຄວາມໝັ້ນຄົງ, ການພັດທະນາຂອງ ຫວຽດນາມ ຢ່າງມີປະສິດທິຜົນ.
ທ່ານນາງສະພາແຫ່ງຊາດຫງວຽນທິກິມເງິນ ແລະ ບັນດາຮອງປະທານສະພາແຫ່ງຊາດບໍລິຫານວາລະປຶກສາຫາລື (ພາບ: TTXVN)
|
ຕອນເຊົ້າວັນທີ 26 ມີນາ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ XIV ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງບົດລາຍງານວຽກງານໃນ ອາຍຸການ ສະພາແຫ່ງຊາດຊຸດທີ XIV. ຕີລາຄາກ່ຽວກັບໝາກຜົນ ໃນອາຍຸການ 5 ປີຂອງອົງການທີ່ມີສິດອຳນາດແຫ່ງລັດສູງທີ່ສຸດນີ້, ບັນດາສະມາຊິກໄດ້ຖືວ່າ, ສະພາແຫ່ງຊາດຊຸດທີ XIV ແມ່ນໜຶ່ງໃນບັນດາອາຍຸການປະສົບຜົນສຳເລັດທີ່ສຸດ, ແກ້ໄຂໄດ້ຫຼາຍບັນຫາຕົວຈິງໃນຊີວິດການເປັນຢູ່. ທ່ານ ດ່ວານບັກວຽດ, ສະມາຊິກສະພາແຫ່ງຊາດແຂວງ ຫ໋າຍເຢືອງໃຫ້ຮູ້ວ່າ:
ໃນອາຍຸການນີ້ໄດ້ປະກາດໃຊ້ກົດໝາຍ, ປະມວນກົດໝາຍຫຼາຍສະບັບທີ່ມີຄຸນນະພາບ, ສອດຄ່ອງກັບສະພາບການຕົວຈິງໃນການພັດທະນາປະເທດຊາດ, ໃນນັ້ນມີບັນດາມະຕິກ່ຽວກັບກົນໄກ, ນະໂຍບາຍທີ່ມີລັກສະນະບຸກທະລຸ, ສະແດງໃຫ້ເຫັນລັກສະນະແກ້ໄຂຈຸດອຸຕັນຢ່າງທັນການ.
ໃນຂົງເຂດການພົວພັນຕ່າງປະເທດ, ການເຄື່ອນໄຫວທາງການພົວພັນຕ່າງປະເທດຂອງສະພາແຫ່ງຊາດຊຸດທີ XIV ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດເປັນເຈົ້າການປະກອບສ່ວນສ້າງສາ, ປົກປັກຮັກສາ ແລະ ຊຸກຍູ້ບັນດາຜົນປະໂຫຍດຍຸດທະສາດກ່ຽວກັບຄວາມໝັ້ນຄົງ, ການພັດທະນາຂອງ ຫວຽດນາມ ຢ່າງມີປະສິດທິຜົນ.
ໂດຍສືບຕໍ່ບັນດາຜົນງານຂອງ ສະພາແຫ່ງຊາດຊຸດທີ XIV, ບັນດາສະມາຊິກເຊື່ອໝັ້ນວ່າການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະຈະມາເຖິງຈະສືບຕໍ່ມີການປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ ເຊິ່ງມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ວາງອອກ.