ສະພາແຫ່ງຊາດຊຸດໃໝ່ຂອງອາເມລິກາເລືອກຕັ້ງບັນດາການນຳຄົນໃໝ່

ສະພາແຫ່ງຊາດຊຸດໃໝ່ຂອງອາເມລິກາເລືອກຕັ້ງບັນດາການນຳຄົນໃໝ່ - ảnh 1
ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 114 ຂອງ ອາ​ເມ​ລິ​ກາ
(ພາບ: qdnd.vn)

(vovworld) – ວັນ​ທີ 6/1, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 114 ຂອງອ​າ​ເມ​ລິ​ກາ ໂດຍ​ພັກ​ສາ​ທາ​ລະ​ນະ​ກຳ​​ສິດ​ຄວ​ບ​ຄຸມສະ​ພາ​ສູງ ແລະ ສ​ະ​ພາ​ຕ່ຳ​ໄດ້ຈັດ​ກອງ​ປະ​ຊຸມ​​​ດ້ວຍ​ເລື່ອງ​ເລືອກ​ຕັ້ງ​ບັນ​ດາ​ການ​ນຳ​ຫຼັກ​ແຫຼ່ງ​ຂອງ​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ. ໂດຍບໍ່​ຫົວ​ຊາ​ຕໍ່​ການ​ທ້າ​ທາຍ ແລະ ຄຳ​ເຫັນ​ຄັ​ດ​ຄ້ານ​ຈາກ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ພັກ​ຮັກ​ສາ​ເດີມ Tea Party ບາງ​ທ່ານ, ສະ​ມາ​ຊິກ​ສະ​ພາ​ຕ່ຳ John Boehner ໄດ້​ຮັບ​ການ​ເລືອ​ກ​​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ຕ່ຳ​ອາ​ຍຸ​ການ​ທີ 3. ທ່ານ​ນາງ​ສະ​ມາ​ຊິກ​ສະ​ພາ​ຕຳ່ Nancy Pelosi ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຫົວ​ໜ້າ​ຝ່າຍ​ສ່ວນ​ໜ້ອຍ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ຢູ່​ສະ​ພາ​ຕ່ຳ. ກ່ອນ​ໜ້ານັ້ນ, ທີ່​ສະ​ພາ​ສູງ, ​ສະ​ມາ​ຊິກ​ສະ​ພາ​ສູງ Mitch McConnell ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຫົວ​ໜ້າ​ຝ່​າຍສ່ວນຫຼາຍ​ຂອງພັກ​ສາ​ທາ​ລະ​ນະ​ແທນ​ໃຫ້​​ສະ​ມາ​ຊິກ​ສະ​ພາ​ສູງ​ພັກປະ​ຊາ​ທິ​ປະ​ໄຕ Harry Reid, ຜູ້ທີ່ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ທຳ​ອິດນີ້​​ໄດ້ຍ້ອນ​ຖືກ​ບາດ​ເຈັບ​ໃນ​​ຂະ​ນະ​ທີ່​ພວມ​ອອກ​ກຳ​ລັງ​ກາຍ​​ເມື່ອ​ອາ​ທິດ​ກ່ອນ.


ຂ່າວ/ບົດ​ອື່ນ