ສະພາແຫ່ງຊາດຕິດຕາມກວດກາບາງຫົວເລື່ອງສະເພາະໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ພາກໃຕ້

ສະພາແຫ່ງຊາດຕິດຕາມກວດກາບາງຫົວເລື່ອງສະເພາະໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ພາກໃຕ້ - ảnh 1
ທ່ານ​ຫງວຽນ​ກິມຄວາ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າກຳມາ​ທິການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບຂອງ​ສະພາ​ແຫ່ງ​ຊາດ
(ພາບປະກອບ)

(vovworld) – ວັນ​ທີ 4/7, ຢູ່​ນະຄອນ​ໂຮ່ຈີ​ມິນ, ກຳມາ​ທິການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ເຮັດ​ວຽກ​ກັບ​ບາງ​ຫົວໜ່ວຍ, ທ້ອງ​ຖີ່​ນຢູ່​ພາກ​ໃຕ້ ກ່ຽວ​ກັບບາງ​ຫົວ​ເລື່ອງ​ສະ​ເພາະ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ​ເນື້ອ​ໃນ​ສຸມ​ໃສ່ 3 ຫົວ​ເລື່ອງ​ສະ​ເພາະ​ແມ່ນ: ຕິດຕາມ​ກວດກາການ​ປະຕິບັດ​ກົດ​ໝານ​ກ່ຽວ​ກັບ​ໂຄງ​ປະກອບ, ການຈັດ​ຕັ້ງ​ທີ່​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ ​ແລະ ບາງ​ລະບອບ​ນະ​ໂຍບາຍ​ຕົ້ນ​ຕໍ​ສຳລັບ​ຜູ້​ທີ່​ຮັບ​ເງິນ​ເດືອນ​ໃນກຳລັງ​ກອງທັບ ​ແລະ ຕຳຫຼວດ​ປະຊາຊົນ; ຕິດຕາມ​ກວດກາ​ວຽກ​ງານ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ, ການ​ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ການ​ເຂົ້າ​ອອກ​ເມືອງ ​ແລະ ການ​ພັກ​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ. ທ່ານ​ຫງວຽນ​ກິມຄວາ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າກຳມາ​ທິການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບຂອງ​ສະພາ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ, ການ​ເຮັດ​ວຽກນີ້​​​ເພື່ອ​ແນ​ໃສ່ຮັບ​ຟັງ​ບົດ​ລາຍ​ງານ ​ແລະ ຄຳ​ເຫັນ​ປະກອບ​ຂອງ​ບັນດາ​ອົງການ, ຫົວໜ່ວຍ​ທ້ອງ​ຖີ່​ນ ກ່ຽວ​ກັບ​ຫົວ​ເລື່ອງ​ສະ​ເພາະ​ດັ່ງກ່າວ, ຈາກ​ນັ້ນ​ສາມາດ​ປັບປຸງ​ວຽກ​ງານ​ສ້າງ​ຖັນ​ແຖວ​ຕຳຫຼວດ​ປະຊາຊົນ​ ​ແລະ ສະພາ​ແຫ່ງ​ຊາດ​ກໍ່​ສາມາດ​ຕິດຕາມ​ກວດກາ​ໂຄງ​ປະກອບ, ການຈັດ​ຕັ້ງ​ຂອງ​ບັນດາ​ກຳລັງ​ນີ້​ໄດ້, ປະກອບສ່ວນ​ຮັບ​ໃຊ້​ການ​ສ້າງ ​ແລະ ກວດກາ​ກົດໝາຍ, ລັດຖະບັນຍັດ​ຈຳນວນ​ໜຶ່ງ​ທີ່​ຂຶ້ນ​ກັບ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ.

ຂ່າວ/ບົດ​ອື່ນ