ສະພາແຫ່ງຊາດປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັບປຸງ)

ສະພາແຫ່ງຊາດປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັບປຸງ) - ảnh 1
ພາບ​ປະ​ກອບ

(vovworld) –  ​​ ວັນ​ທີ 17/6, ສະ​ພາ​ແຫ່ງ​ຊາດໄດ້​ປຶກ​ສາ​ຫາ​ລື​ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ (ສະ​ບ​ັບ​ປັບ​ປຸງ) ​

        ພາຍຫຼັງ​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ 10 ປີ, ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ປ້ອງ​ກັນ​ ແລະ ຕ້ານອາ​ດຊະ​ຍາ​ກຳ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ໃນ​ການ​ປັບ​ປຸງ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ​່​ເຂົ້າ​ໃນ​ໜ້າ​ທີ່, ສິດ​ອຳ​ນາດ​ຂອງ​ອົງ​ການ​ສຳ​ນັກ​ງານ ແລະ ຜູ້ມ​ີ​ສິດ​ອຳ​ນາດ​ດຳ​ເນີນ​ຄະ​ດີ, ​ແບ່ງ​​ກຳ​ນົດສິດ​​ອຳ​ນາດ​ດ້ານຕຸ​ລາ​ການ​​ກັບ​ສິດ​ອຳ​ນາດ​ດ້ານ​ບໍ​ລິ​ຫານ, ​ຮັບ​ປະ​ກັນ​ສິດ​ໄດ​້​ຮັບ​ການ​ແກ້​ຄວາມ​ຂອງ​ຜູ້​ຖືກ​​ກ່າວ​ຫາ…


ຂ່າວ/ບົດ​ອື່ນ