(ພາບປະກອບ) |
(vovworld)- ເນື່ອງໃນໂອກາດວັນສິດທິມະນຸດສາກົນ ຄືວັນທີ 10/12, ຕອນບ່າຍວັນທີ 10/12 ຢູ່ຮ່າໂນ້ຍ, ກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ແລະ ອົງການ ສ.ປ.ຊ ເພື່ອການພັດທະນາ UNDP ໄດ້ສົມທົບກັນຈັດກອງປະຊຸມທີ່ມີຫົວຂໍ້ວາ່ “ບັນດາສັນທິສັນຍາສາກົນ ແລະ ກົດໝາຍຫວຽດນາມກ່ຽວກັບ ສິດທິມະນຸດ” ກອງປະຊຸມສຸມໃສ່ປຶກສາຫາລືບັນດາສົນທິສັນຍາສາກົນກ່ຽວກັບ ສິດທິມະນຸດ ຊຶ່ງຫວຽດນາມແມ່ນສະມາຊິກ ກໍຄືບົດບາດຂອງສະພາແຫ່ງຊາດໃນການເຊີດຊູ, ປົກປ້ອງ ແລະ ຊຸກຍູ້ ສິດທິມະນຸດ. ທ່ານ ຮ່ວາງວັນເງັ້ຍ ຮອງຫົວໜ້າສະຖາບັນຄົ້ນຄ້ວາກ່ຽວກັບ ສິດທິມະນຸດ ສັງກັດສະຖາບັນການເມືອງແຫ່ງຊາດໂຮ່ຈິມິນຖືວ່າ :
“ ບົດບາດຂອງສະພາແຫ່ງຊາດແມ່ນສຳຄັນທີ່ສຸດ ບໍ່ພຽງແຕ່ໃນການສ້າງກົດໝາຍ, ຕິດຕາມກວດກາເທົ່ານັ້ນ, ຫາກສິ່ງທີ່ສຳຄັນອີກ ນັ້ນແມ່ນການແນະນຳ, ນຳໃຊ້ວິທີການສຳພັດໂດຍອີງບົນສິດອຳນາດໃນວິວັດການພັດທະນາ, ໃນວິວັດການຮັບຮອງເອົາບັນດານະໂຍບາຍ, ຮ່າງກົດໝາຍ ກໍຄືການຕິດຕາມກວດກາການປະຕິບັດນັ້ນ . ”
ແລະ ກໍໃນກອງປະຊຸມ, ທ່ານນາງ Pratibha Mehta ຜູ້ປະສານງານ ສ.ປ.ຊ ປະຈຳຫວຽດນາມໃຫ້ຮູ້ວ່າ : ໃນບົດລາຍງານກົນໄກກວດກາປະຈຳໄລຍະປີ 2014 , ຫວຽດນາມໄດ້ຍອມຮັບບັນດາຂໍ້ສະເໜີແນະ ຊຶ່ງລວມທັງການເຊື່ອມໂຍງສາກົນຢ່າງແຂງແຮງເຂົ້າໃນບັນດາລະບອບສາກົນກ່ຽວກັບ ສິດທິມະນຸດ; ປົກປ້ອງ ແລະ ຮັບປະກັນສິດເສລີໃນການຖະແຫຼງຂ່າວ, ໃນການປາກເວົ້າ; ຫຼຸດຜ່ອນຈຳນວນນັກໂທດຖືກຕັດສິນປະຫານຊີວິດ, ປົວແປງລະບົບກົດໝາຍ ແລະ ຕຸລາການ. ທ່ານນາງ Pratibha Mehta ຜູ້ປະສານງານ ສ.ປ.ຊ ປະຈຳຫວຽດນາມ ຖືວ່າ ສະພາແຫ່ງຊາດຫວຽດນາມ ມີບົດບາດສຳຄັນທີ່ມີຕໍ່ການພັດທະນາບັນດາບັນດາສິດທິມະນຸດ, ດັ່ງນັ້ນ ສະພາແຫ່ງຊາດຄວນເຂົ້າຮ່ວມພ້ອມກັບລັດຖະບານໃນການສ້າງແຜນການດຳເນີນງານເພື່ອປະຕິບັດບັນດາຂໍ້ສະເໜີແນະນີ້.