ສະພາແຫ່ງຊາດໃຫ້ສັດຕະຍາບັນການແຕ່ງຕັ້ງບຸກຄະລາກອນ

(VOVWORLD) -ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ສະພາແຫ່ງຊາດ ໄດ້ດຳເນີນການໃຫ້ສັດຕະຍາບັນແຕ່ງຕັ້ງບຸກຄະລາກອນໃຫ້ແກ່ບັນດາຕຳແໜ່ງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ແລະ ປະທານອົງການກວດກາລັດຖະບານ ດ້ວຍວິທີປ່ອນບັດປິດລັດ. 
ສະພາແຫ່ງຊາດໃຫ້ສັດຕະຍາບັນການແຕ່ງຕັ້ງບຸກຄະລາກອນ - ảnh 1 ກອງປະຊຸມຂອງສະພາແຫ່ງຊາດຊຸດທີ 14

ໝາກຜົນຂອງການນັບບັດໃຫ້ສັດຕະຍາບັນແຕ່ງຕັ້ງບຸກຄະລາກອນ ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ແລະ ປະທານອົງການກວດກາລັດຖະບານ ໄດ້ປະກາດໃນຕອນບ່າຍວັນທີ 26 ຕຸລາ.

        ພ້ອມກັບວຽກງານບຸກຄະລາກອນ, ຕອນເຊົ້າວັນທີ 26 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ຫໍປະຊຸມ ກ່ຽວກັບບາງເນື້ອໃນຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍເພີ່ມເຕີມ, ປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ