ສະມາຊິກສະພາແຫ່ງຊາດ ສະເພາະກິດປະກອບ ຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ສະມາຊິກສະພາແຫ່ງຊາດ ສະເພາະກິດປະກອບ ຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ທ່ານ ​ໂດ໋ວັນ​ເດືອ​ງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈີ​ມິນ ກ່າວຄຳເຫັນທີ່ກອງປະຊຸມ

(vovworld) – ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນສະບັບ​ປັບປຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງຢືນ​ວ່າ: ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນສະບັບ​ປັບປຸງ​ແມ່ນ​ສຳຄັນ​ທີ່​ສຸດ​ໃຫ້​ແກ່​ປະ​ເທດ​ຊາດ ດັ່ງ​ນັ້ນ​ການຈັດ​ຕັ້ງ​ກອງ​ປະຊຸມ​ນີ້​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ກ່ຽວ​ກັບ​ຄຸນ​ນະພາ​ບ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສຳລັບຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນສະບັບ​ປັບປຸງ ກ່ອນ​ທີ່​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຄາດ​ວ່າ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 21/10 ຈະ​ມາ​ເຖິງ.

        ທີ່​ວາລະ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 25/9, ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສິດອຳນາດຂອງ​ສະພາ​ລັດຖະທຳ​ມະນູນ. ທ່ານ ​ໂດ໋ວັນ​ເດືອ​ງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈີ​ມິນ, ສະ​ເໜີວ່າ:

        “ສຳລັບ​ເອກະສານ​ຂອງ​ປະທານ​ປະ​ເທດ, ນາຍົກລັດຖະມົນຕີ ​ແມ່ນ​ຜູ້ນຳ​ກົງ​ຈັກ​ລັດ, ບັນຫາ​ພາຍຫຼັງ​ການກວດກາກໍ່​ຕ້ອງ​ໄດ້​ຮັບ​ການ​ຊັ່ງຊາ ​ແລະ ຄວນ​ກວດກາ​ກ່ອນ​ທີ່​ປະກາດ​​ໃຊ້. ສຳລັບ​ເອກະສານ​ກົດໝາຍ​ຂອງ​ບັນດາ​ກະຊວງ, ຂະ​​ແໜງການໃນ​ປະຈຸ​ບັນ​ແມ່ນ​ລະ​ເມີດ​ກົດໝາຍ​ຫຼາຍ​ທີ່​ສຸດ, ພິເສດແມ່ນລະ​ເມີດ​ລັດຖະທຳ​ມະນູນ. ຂ້າພະ​ເຈົ້າ​ຖື​ວ່າ: ​ເອກະສານ​ໂດຍກະຊວງ, ຂະ​ແໜງ​ການ​ຄຸ້ມ​ຄອງ​ປະກາດ​ໃຊ້ແມ່ນ​ຫຼາຍທີ່ສຸດ ດັ່ງ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກວດກາ​ພາຍຫຼັງ.”

       


ຂ່າວ/ບົດ​ອື່ນ