ກອງປະຊຸມສະຫຼຸບວຽກງານບຳບັດປິ່ນປົວໃຫ້ຜູ້ຕິດຢາເສບຕິດດ້ວຍຢາ methadone ຖືກຈັດຂຶ້ນໃນວັນທີ 24/12, ຢູ່ຮ່າໂນ້ຍ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟູກ ສະເໜີກະຊວງສາທາລະນະສຸກຍູ້ໄວການຜັນຂະຫຍາຍແຜນຮ່າງຜະລິດຢາ methadone ຢູ່ຫວຽດນາມ ເພື່ອຮອດປີ 2015 ສາມາດເປີດກ້ວາງການປິ່ນປົວຢູ່ 30 ແຂວງ, ນະຄອນໃຫ້ແກ່ຜູ້ຕິດຢາເສບຕິດ 8 ໝື່ນຄົນ. ທ່ານກ່າວວ່າ
“ເປັນຫຍັງຕ້ອງຍູ້ແຮງການຄົ້ນຄ້ວາຜະລິດ methadone, ເພາະວ່າຖ້າຫາກພວກເຮົາສາມາດຜະລິດ methadone ຢູ່ພາຍໃນປະເທດໄດ້ນັ້ນ, ກໍ່ໃນບົດລາຍງານຂອງລັດຖະມົນຕີກະຊວງສາທາລະນະສຸກ, ລາຄາຜະລິດຕະພັນຈະຫຼຸດລົງ 50%. ດັ່ງນັ້ນ, ກະຊວງສາທາລະນະສຸກຕ້ອງສືບຕໍ່ຄົ້ນຄ້ວາບັນດາຮູບແບບປິ່ນປົວບັນລຸຜົນສຳເລັດຢູ່ໃນໂລກ, ໃນພາກພື້ນ ເພື່ອ ນຳໃຊ້ເຂົ້າຕົວຈິງຢູ່ຫວຽດນາມ, ຮັບປະກັນຄວາມປອດໄພຢ່າງສູງສຸດໃຫ້ຜູ້ໄດ້ຮັບການປິ່ນປົວ. ພ້ອມກັນນັ້ນ, ລັດຖະບານມອບໝາຍໃຫ້ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຊີ້ນຳບັນດາຫົວໜ່ວຍຈົ່ງໜູນຊ່ວຍກະຊວງສາທາລະນະສຸກຜັນຂະຫຍາຍໂຄງການ ຜະລິດ ແລະ ນຳໃຊ້ຢາ methadone ຢູ່ຫວຽດນາມ ໄລຍະ 2010 - 2015. ໜູນຊ່ວຍສ້າງເງື່ອນໄຂສະດວກໃນການສ້າງວຽກເຮັດງານທຳໃຫ້ແກ່ຜູ້ຕິດຢາເສບຕິດພາຍຫຼັງປິ່ນປົວ”