ສະຫລຸບ 10 ປີແຫ່ງການປະຕິບັດ ການສັບຊ້ອນ, ປ່ຽນໃໝ່ນິຄົມກະເສດ, ນິຄົມປ່າໄມ້

ສະຫລຸບ 10 ປີແຫ່ງການປະຕິບັດ ການສັບຊ້ອນ, ປ່ຽນໃໝ່ນິຄົມກະເສດ, ນິຄົມປ່າໄມ້ - ảnh 1

(ພາບປະກອບ: ktdt.com.vn)

(vovworld)- ຕອນ​ເຊົ້າ​ວັນ​ທີ 22/3 ຢູ່​ຮ່າ​ໂນ້ຍ ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວູວັນນິງ ​ໄດ້​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ສັບຊ້ອນ, ປ່ຽນ​ໃໝ່​ ​ແລະ ພັດທະນານິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້ຂອງ​ລັດ. ​ເຂົ້າຮ່ວມ​ກອງ​ປະຊຸມ​ມີ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ສູນ​ກາງ ​ແລະ 45 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ກອງ​ປະຊຸມ​ໄດ້​ວິ​ເຄາະ​ບັນດາ​ສິ່ງ​ຍັງ​ຄົງ​ຂ້າງ​ໃນ​ວິວັດ​ທະນະ​ການ​ສັບ​ຊ້ອນ, ປ່ຽນ​ໃໝ່​ ​ແລະ ພັດທະນານິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້ຂອງ​ລັດ ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ. ທ່ານ​ຫງວຽນ​ດັງ​ຄວາ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ປ່ຽນ​ໃໝ່, ນິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້​ໃນ​ໄລຍະ​ຜ່ານ​ມາ​ພຽງ​ແຕ່ໄດ້​ປ່ຽນ​ແປງ​ຮູບ​ການຈັດຕັ້ງການ​ຄຸ້ມ​ຄອງ​ເປັນຕົ້ນ​ເທົ່າ​ນັ້ນ, ຍັງ​ບໍ່​ທັນ​ປ່ຽນ​ແປງ​ການ​ພົວພັນ​ກຳມະສິດ, ປ່ຽນ​ແປງ​ກົນ​ໄກ​ຄຸ້ມ​ຄອງ ​ແລະ ບໍລິຫານ​ວິ​ສາ​ຫະກິດ​ໄດ້, ສະນັ້ນ ຍັງ​ບໍ່​ທັນ​ສ້າງ​ການ​ຫັນປ່ຽນ​ອັນ​ເປັນ​ພື້ນຖານ, ບາງ​ນະ​ໂຍບາຍ​ບໍ່​ທັນ​ສອດຄ່ອງ​ກັບ​ພຶດຕິ​ກຳ​ຕົວ​ຈິງ, ການຈັດຕັ້ງປະຕິບັດ​ຍັງ​ບໍ່​ທັນ​ເຂົ້າສູ່​ຊີວິດ​ຕົວ​ຈິງ​ໄດ້​ເທື່ອ“

ຂ່າວ/ບົດ​ອື່ນ