ທ່ານ Farhan Haq, ຮອງໂຄສົກຂອງເລຂາທິການໃຫຍ່ ສປຊ
(ພາບ: Anadolu Agency/TTXVN)
|
(vovworld) – ວັນທີ 20/3, ສະຫະປະຊາຊາດ ໄດ້ກະຕຸກຊຸກຍູ້ ສປປ ເກົາຫຼີ ປະຕິບັດພັນທະສາກົນຢ່າງຄົບຖ້ວນໃນສະພາບທີ່ປະເທດນີ້ຫາກໍ່ດຳເນີນການທົດລອງລູກສອນໄຟລຸ້ນໃໝ່ດ້ວຍປະສິດທິພາບສູງໃນວັນທີ 19/3. ທີ່ການປະຊຸມຂ່າວນັດສາມັນ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງທ່ານເລຂາທິການໃຫຍ່ ສປຊ ສຳລັບການທົດລອງດັ່ງກ່າວ, ທ່ານ Farhan Haq, ຮອງໂຄສົກຂອງເລຂາທິການໃຫຍ່ ສປຊ ໄດ້ເວົ້າວ່າ: ບົນພື້ນຖານແລ້ວ, ສປຊ ຢາກໃຫ້ ສປປ ເກົາຫຼີ ປະຕິບັດບັນດາມະຕິທີ່ມີສ່ວນກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ ແລະ ປະເທດນີ້ຕ້ອງຄວບຄຸມບັນດາການເຄື່ອນໄຫວເກາະຜິດ ພ້ອມທັງປະຕິບັດພັນທະສາກົນຢ່າງຄົບຖ້ວນ.