(vovworld) – ບັນດາການນຳ ສປຊ ແລະ ບັນດາອົງການສະເພາະກິດຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ແລະ ປາດຖະໜາວ່າ ຫວຽດນາມ ຈະເພີ່ມທະວີການປະກອບສ່ວນກ່ວາອີກ ກໍ່ຄືເຊື່ອໝັ້ນວ່າ: ຫວຽດນາມ ຈະແມ່ນຄູ່ຮ່ວມມືໜ້າໄວ້ເນື້ອເຊື່ອໃຈໃນຂົງເຂດຮັກສາສັນຕິພາບ. ບັນດາຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນການຢ້ຽມຢາມ ແລະ ເຮັດວຽກກັບການນຳ ແລະ ບັນດາອົງການສະເພາະກິດ ສປຊ ຂອງຄະນະຜູ້ແທນການທະຫານຂັ້ນສູງຂອງ ຫວຽດນາມ ໂດຍພົນຕີ ຫວໍວັນຕ໋ວນ, ຮອງຫົວໜ້າເສນາທິການ, ຮອງຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ຫວຽດນາມ, ນຳໜ້າແຕ່ວັນທີ 14 – 16/10.
ພົນຕີ ຫວໍວັນຕ໋ວນ ແລະ ທ່ານນາງ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ມີການພົບປະ ແລະ ເຮັດວຽກກັບທ່ານນາງ Ameerah Haq, ຮອງເລຂາທິການໃຫຍ່ ສປຊ, ຫົວໜ້າກົມໜູນຊ່ວຍພື້ນທີ່ຕົວຈິງ, ທ່ານ Edmond Mulet, ຜູ້ຊ່ວຍວຽກຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາການເຄື່ອນໄຫວຮັກສາສັນຕິພາບ ແລະ ຕາງໜ້າໃຫ້ບັນດາອົງການຄື: ຫ້ອງການທີ່ປຶກສາການທະຫານ, ຫ້ອງການວາງແຜນກຳລັງ, ຫ້ອງການໜູນຊ່ວຍການແພດ…, ບັນດາເຈົ້າໜ້າທີ່ ສປຊ ລ້ວນແຕ່ຢັ້ງຢືນເລື່ອງ ຫວຽດນາມ ສ້າງຕັ້ງສູນຮັກສາສັນຕິພາບ, ສົ່ງນາຍທະຫານຕິດຕໍ່ພົວພັນ 2 ຄົນເຖິງຄະນະປະຕິບັດງານ ສປຊ ປະຈຳ ຊູດັງ ໃຕ້ແມ່ນການພິສູດໃຫ້ເຫັນຄວາມຕັດສິນໃຈປະກອບສ່ວນຂອງ ຫວຽດນາມເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. ເນັ້ນໜັກວ່າ: ກອງທັບຫຼວງ ຫວຽດນາມ, ໄດ້ຮັບການຝຶກອົບຮົມເປັນຢ່າງດີ, ມີປະສົບການ ແລະ ຄວາມສາມາດກຽມພ້ອມຕໍ່ສຸ້ສູງ, ບັນດາເຈົ້າໜ້າທີ່ ສປຊເຊື່ອໝັ້ນວ່າ: ບັນດາປັດໄຈນີ້ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາບັ້ນຮົບຮັກສາສັນຕິພາບຂອງ ສປຊ.