ສະຫະພັນລັດເຊຍເລືອກຕັ້ງດູມາແຫ່ງຊາດ(ສະພາຕ່ຳ)

ສະຫະພັນລັດເຊຍເລືອກຕັ້ງດູມາແຫ່ງຊາດ(ສະພາຕ່ຳ) - ảnh 1
ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ
ພາບ:TTXVN

(vovworld)- ວັນ​ທີ 18/9, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ລັດ​ເຊຍ ​ກວ່າ 110 ລ້ານ ຄົນໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ​ດູ​ມາ​ແຫ່ງ​ຊາດ ຊຸດ​ທີ 7 ດ້ວຍ 450 ທີ່​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາດ. ມີ 95.000 ສະ​ຖານ​ທີ​່​ປ່ອນ​ບັດ​ໄດ້​ເປີດ​ປະ​ຕູ​ຮອດ 20ໂມງ00(ເວ​ລາ​ມົດ​ສະ​ກູ), ຮັບ​ປະ​ກັນ​ທຸກ​ເງື່ອນ​ໄຂ​ຄວາມ​ປອດ​ໄພ​ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະ​ຕິ​ບັດ​ສິດ ແລະ ພັນ​ທະ​ຂອງຕົນ. ພາຍ​ຫລັງ 13 ປີ, ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ລັດ​ເຊຍ ປີ 2016 ຈຶ່ງ​ກັບ​ຄືນ​ວິ​ວັດ​ການ​ຕາມ​ລະ​ບົບ​ປະ​ສົມ.ບັນ​ດາ​ພັກ​ການ​ເມືອງ​ຕ້ອງ​ຍາດ​ໄດ້ 5% ບັດ​ສະ​ຫນັບ​ສະ​ຫນູນ ຈື່ງ​ມີ​ທີ່​ນັ່ງ​ໃນ​ດູ​ມາ​ແຫ່ງ​ຊາດ​ໄດ້. ວົງ​ການ​ນັກ​ໄຈ້​ແຍກ​ຄາດ​ຄະ​ເນ​ວ່າ 4 ພັກ​ຕົ້​ນ​ຕໍ​ໃນ​ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ ຊຸ​ດ​ທີ 7 ຍັງ​ຈະ​ສືບ​ຕໍ່​ເປັນ​ພັກ​ກຳ​ອຳ​ນາດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ