ສະຫະພັນແມ່ຍິງຫວຽດນາມແລະລາວປະກອບສ່ວນປັບປຸງສາຍພົວພັນລະຫວ່າງສອງປະເທດ
ທ່ານນາງ ຮ່າທິຄຽດ ແລະ ທ່ານນາງ ສີໄສ ລືເດດມູນສອນ
(ພາບປະກອບ)
|
(vovworld) - ວັນທີ 26/3 ຢູ່ຮ່າໂນ້ຍ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຫວຽດນາມ ຮ່າທິຄຽດ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງລາວ, ໂດຍທ່ານນາງ ສີໄສ ລືເດດມູນສອນ, ປະທານສະຫະພັນແມ່ຍິງລາວ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງ ຮ່າທິຄຽດ ຫວັງວ່າ: ໃນໄລຍະຈະມາເຖິງ, ສະຫະພັນແມ່ຍິງສອງປະເທດ ຈະສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ເຊັນກັນແລ້ວຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປ່ຽນໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ. ທ່ານນາງ ຮ່າທິຄຽດ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ - ລາວ, ພ້ອມທັງສະເໜີ ສະຫະພັນແມ່ຍິງສອງປະເທດສືບຕໍ່ສາມັກຄີ, ຮ່ວມມື, ເພີ່ມທະວີການສຶກສາລຸ້ນໜຸ່ມ ເພື່ອຮັກສາ, ປັບປຸງ ແລະ ພັດທະນາການພົວພັນລະຫວ່າງສອງປະເທດ.
ສ່ວນທ່ານນາງ ສີໄສ ລືເດດມູນສອນ ກໍ່ຢືນຢັນວ່າສະຫະພັນແມ່ຍິງລາວຈະສົມທົບກັນຢ່າງແໜ້ນແຟ້ນກັບສະຫະພັນແມ່ຍິງຫວຽດນາມ ໃນການຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ.