ສະຫະພັນ ອາຮັບ ຢາກສ້າງຕັ້ງກຳລັງຮັກສາສັນຕິພາບຢູ່ ຊີຣີ

ສະຫະພັນ ອາຮັບ ຢາກສ້າງຕັ້ງກຳລັງຮັກສາສັນຕິພາບຢູ່ ຊີຣີ - ảnh 1

ສະພາບ​ການ​ຢູ່ປະ​ເທດ ​ຊີ​ຣີ

(ພາບ: quocphong.baodatviet.vn)

( vovworld ) – ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​​ສະຫະພັນ ອາ​ຣັບ ຫລື AL ​ທີ່ດຳ​ເນີນ​ໄປ​ໃນ​ວັນ​ທີ 12/2 ຢູ່​ນະຄອນຫຼວງ​ ກາຍ​ໂຮ ປະ​ເທດ ອີ​ຢີບ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຊອກ​ຫາ​ບັນດາ​ມາດ​ຕະການ​ໃຫ້​ແກ່​ບັນຫາ ຊີຣີ ​ໄດ້​ອັດ​ລົງ​ແຕ່​ເກືອບ​ຄື​ວ່າ ​ບໍ່​ມີ​ມາດ​ຕະການ​ລະອຽດ​ໃດໆ​ໄດ້​ຮັບການ​ຮັບຮອງ​ເອົາ. ທີ່​ກອງ​ປະຊຸມ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ເຂດ​ອ່າວ ​ເປີ​​ເຊຍ ຈຳນວນ​ໜື່ງ ​ໄດ້​ສະ​ເໜີ​ໃຫ້ AL ​ຮັບ​ຮູ້​ສະພາ​ປົກຄອງ​ໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ ຊີຣີ ຫລື NTC ຊື່​ງ​ແມ່ນ​ກຸ່ມ​ລຸກ​ຮື້​ຂື້ນ​ຕ້ານ​ລັດຖະບານ​ຂອງ​ທ່ານ Al Atxat ​​ເປັນນ​ຜູ້ຕາງໜ້າ​ອັນ​ຊອບ​ທຳ​ໃຫ້​ແກ່​ປະຊາຊົນ ຊີ​ຮີ. ​ແຕ່​ຂໍ້​ສະ​ເໜີ​ນີ້ ບໍ່​ໄດ້​ຮັບ​ການ​ຮັບຮູ້​ຈາກ​ບັນດາ​ປະ​ເທດ​ໃນ​ກຸ່ມ,​ ຍ້ອນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ ກ່ຽວ​ກັບ​ບັນດາ​ບ້ວງ​ເງິນ​ກູ້​ຢືມ​ໂດຍ​ກົງ ​ແລະ​ການໜູນ​ຊ່ວຍ​ດ້ານ​ການ​ທະຫານ​ ສຳລັບ​ບັນດາ​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ຂອງ​ທ່ານ Al Atxat . ກ່ອນ​ໜ້ານັ້ນ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​​ສະຫະພັນ ອາ​ຣັບ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຮັບຮອງ​ເອົາ​ຄຳ​ຮຽກຮ້ອງ​ສະຫະ​ປະຊາ​ຊາດ ຜັນ​ຂະຫຍາຍ​ກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ​ລວມຢູ່ ຊີ​ຣີ ​ແລະ​ປະຊາ​ຄົມ​ໂລກ ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຢ່າງ​ຮີບ​ດ່ວນ ​ໃຫ້​ແກ່ສາມັນ​ຊົນ​ຂອງ​ປະ​ເທດນີ້. ​ແຕ່​ສະຫະພັນ ອາຣັບ ກໍ​ບໍ່​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ໃນ​ເລື່ອງ​ຍົກ​ອອກ​ຮ່າງ​ມະຕິ​ສະບັບ​ສຸດ​ທ້າຍ ​ເພື່ອ​ຊອກ​ຫາ​ການ​ສະໜັບສະໜູນ​ຂອງ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ.

   ພາຍຫຼັງ​ການ​ປະຊຸມ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດສະມາຊິກ​ຂອງ​ສະຫະພັນ ອາ​ຣັບ ຕົກລົງ​ຈະ​ຢຸດຕິ​ພາລະ​ກຳ​ຕິດຕາມ​ກວດກາ​ຂອງສະຫະພັນ ອາ​ຣັບ ຢູ່​ ຊີ​ຣີ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ ຈົ່ງ​ສ້າງຕັ້ງກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ​ຮ່ວມ ​ເພື່ອ​ຕິດຕາມ​ກວດກາ​ຄຳ​ສັ່ງ​ຢຸດ​ຍິງ. ດ້ານ​ອື່ນ​ອີກ, ສະຫະພັນ ອາ​ຣັບ ກໍ​ຕົກລົງ​ຈະ​ພົວພັນ​ກັບ​ຝ່າຍ​ຄ້ານ​ຢູ່ ຊີຣີ ​ແລະ​ຈະ​ໜູນ​ຊ່ວຍ​ກຳລັງ​ນີ້​ທັງ​ດ້ານ​ການ​ເມືອງ ​ແລະ​ວັດຖຸ. AL ກໍ​ຈະ​ເພີ່ມ​ທະວີ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ​ກັບ​ລັດຖະບານ ຊີ​ຣີ ​ແລະ​ຢືນຢັນການ​ຢຸດ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບປະ​ເທດ​ນີ້ຄືນ​ໃໝ່​.

ນັກ​ຂ່າວ VOV ປະຈຳ ອີ​ຢີບ

ຂ່າວ/ບົດ​ອື່ນ