ສະຫະສະມາຄົມບັນດາວິສາຫະກິດຫວຽດນາມຢູ່ລັດເຊຍສະຫລຸບການເຄື່ອນໄຫວປີ2013

ສະຫະສະມາຄົມບັນດາວິສາຫະກິດຫວຽດນາມຢູ່ລັດເຊຍສະຫລຸບການເຄື່ອນໄຫວປີ2013 - ảnh 1
VBA ໄດ້ຈັດຕັ້ງກອງປະຊຸມສະຫລຸບຽກງານຂອງສະຫະປະຊາຄົມໃນ​ປີຜ່ານມາ​
(ພາບ: hoidoanhnghiep.ru)


(vovworld) – ວັນ​ທີ 22/2, ຢູ່​ນະຄອນຫຼວງ ມົດ​ສະ​ກູ, ສະຫະພັນ ລັດ​ເຊຍ, ຄະນະ​ບໍລິຫານ​ງານ​ສະຫະ​ສະມາຄົມ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ສະຫະພັນ ລັດ​ເຊຍ (VBA) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບວຽກ​ງານ​ຂອງ​ສະຫະ​ສະມາຄົມ​ໃນ​ປີຜ່ານມາ​ປະກອບ​ຄຳ​ເຫັນ​ໃສ່​ບົດ​ສະຫລຸບ, ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວຂ້ອງ​ ​ແລະ ວາງ​ອອກ​ທິດ​ທາງ​ການ​ເຄື່ອນ​ໄຫວ​ບຸລິມະສິດ​ໃນ​ປີ 2014.

    ​ເມື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ ຟ້າ​ມຊວນ​ເຊີນ ​ໄດ້​ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ເຄື່ອນ​ໄຫວ​ຂອງ​ບັນດາ​ຄະນະ, ຂະ​ແໜງ​ການ​ກ່ຽວຂ້ອງ​ຂອງ​ສະຫະ​ສະມາຄົມ​ໃນ​ປີຜ່ານມາ, ສ້າງ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ເມື່ອ​ທຽບ​ໃສ່​ປີ​ກ່ອນ ​ແລະ ຢັ້ງຢືນ​ອົງການ​ຕາງໜ້າ​ການ​ທູດຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​​ໄຫຼ່​ກັບ​ສະຫະ​ສະມາຄົມ. ​


ຂ່າວ/ບົດ​ອື່ນ